ຫວຽດນາມສະເໜີບົດທາບທາມຄວາມເຫັນທີ່ກອງປະຊຸມລັດຖະມົນຕີພະລັງງານAPECຄັ້ງທີ11

ຫວຽດນາມສະເໜີບົດທາບທາມຄວາມເຫັນທີ່ກອງປະຊຸມລັດຖະມົນຕີພະລັງງານAPECຄັ້ງທີ11 - ảnh 1
ດຣ ກາວ​ກວກ​ຮື​ງ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ເຂົ້າຮ່ວມກອງປະຊຸມ
(ພາບ: Hải Yến/TTXVN)

(vovworld) – ວັນ​ທີ 2/9, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ພະລັງງານ APEC ຄັ້ງ​ທີ 11 (EMM11) ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນຫຼວງ ປັກ​ກິ່ງ, ປະ​ເທດ ຈີນ. EMM 11 ​ໄດ້​ເຕົ້າ​ໂຮມ 29 ຄະນະ​​ເຂົ້າ​ຮ່ວມ, ລວມມີ​ຜູ້ຕາງໜ້າ​ຂອງ 21 ພື້ນຖານ​​ເສ​ດຖະກິດ​ສະມາຊິກ APEC ​ແລະ ບັນດາ​ອົງການ​ສາກົນ​ກ່ຽວຂ້ອງ.​.​.​ ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ EMM11 ​ໂດຍ ດຣ ກາວ​ກວກ​ຮື​ງ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ນຳ​ໜ້າ. ທີ່​ວາລະ​ປຶກສາ​ຫາລື​ດ້ວຍ​ຫົວ​ຂໍ້​ວ່າ “ ສ້າງ​ປະຊາ​ຄົມ​ພະລັງງານທີ່​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ”, ຫວຽດນາມ ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ “ສະພາບ​ການ​ປະ​ຕິ​ບັດ​ໂຄງການ​ພະ​ລັງ​ງານ​ ​ແລະ ປົກ​ປັກ​ຮັກສາ​ພະລັງງານ​ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ”. ບົດ​ທາ​ບທາມ​ຄວາມ​ເຫັນ​ແບ່ງປັນ​ຄວາມ​ຄືບໜ້າ ກໍ່​ຄື​ບົດຮຽນ​ຂອງ ຫວຽດນາມ ​ໃນ​ວຽກ​ງານ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປະຢັດ ​ແລະ ປະສິດທິ​ຜົນ​ພະລັງງານ, ພິ​ເສດ​ແມ່ນ​ເນັ້ນ​ໜັກ​ບາງ​ເນື້ອ​ໃນ​ຂອງ “​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ປະສິດທິ​ຜົນ ​ແລະ ການປະຢັດ​ພະລັງງານ”. ບັນ​ດາ​ເນື້ອ​ໃນ​ດັ່ງກ່າວ​ລວມມີ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ຂອງ​ປະຊາຊົນ​ໃນ​ການ​ນຳ​ໃຊ້​ປະສິດທິ​ຜົນ ​ແລະ ການປະຢັດ​ພະລັງງານ​, ຍູ້​ແຮງການ​ນຳ​​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່, ສ້າງ​ຕັ້ງ​ລະບົບ​ຄຸ້ມ​ຄອງ​ພະລັງງານ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃນ​ບາງ​ຂະ​ແໜງ​ອຸດສາຫະກຳ​ນຳ​ໃຊ້​ພະລັງງານ​ຫຼາຍ​ຄື​ຜະລິດ​ເຫຼັກ​ກ້າ, ຊີມັງ.​.​.​

ຂ່າວ/ບົດ​ອື່ນ