ຫວຽດນາມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດສະວິດ ມາລົງທຶນ, ດຳເນີນທຸລະກິດ

ຫວຽດນາມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດສະວິດ ມາລົງທຶນ, ດຳເນີນທຸລະກິດ - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ
​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ
ຕ້ອນຮັບ​ທ່ານ Andrej Motyl ​ເອກ​ອັກຄະ​ລັດຖະທູດ​ສະ​ວິດ)


(vovworld)​ ​- ​​ ວັນ​ທີ 8/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Andrej Motyl ​ເອກ​ອັກຄະ​ລັດຖະທູດ​ສະ​ວິດ ປະຈຳ​ຫວຽດນາມ. ທ່ານ​ຫງວຽນ​ທ້ຽນ​ເຍີນ ຢັ້ງຢືນ​ວ່າ: ສະ​ວິ​ດ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ຢູ່​ເອີ​ລົບ. ລັດຖະບານ​ຫວຽດນາມຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ພ້ອມ​ແລ້ວຈະ​ສ້າງ​ທຸກ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິສາ​ຫະກິດ​ສະ​ວິດ​ເຂົ້າມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ ​ແລະ ຍາວ​ນານ​ຢູ່​ຫວຽດນາມ​ ບົນ​ພື້ນຖານສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ຫົວຄິດ​ປະດິດ​ສ້າງ​ຂອງທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ເລື່ອງ​ສະ​ເໜີ​ໃຫ້​ທ່ານ​ປະທານປະເທດມອບ​ນາມມະຍົດ​ພົນລະ​ເມືອງ​ຫວຽດນາມ​ກິ​ຕິ​ມະ​ສັກ​ໃຫ້​ແກ່​ທ່ານໝໍ Alexandre Emile Jean Yersin ຍ້ອນວ່າ​ບັນດາການ​ອຸທິດອັນ​ໃຫຍ່​ຫຼວງ​ຂອງ​ທ່ານ. ທ່ານ​ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ​ເລື່ອງ​ມອບ​ນາມມະຍົດ​ນີ້​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ