ຫວຽດນາມ-ສາທາລະນະລັດເກົາຫຼີເພີ່ມທະວີສົມທົບກັນໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ

(VOVWORLD) - ວັນທີ 5/5, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ-ສັງຄົມ ແລະ ສະຫະສະມາຄົມຄວາມປອດໄພອຸດສາຫະກຳສາທາລະນະລັດເກົາຫຼີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ. 
ຫວຽດນາມ-ສາທາລະນະລັດເກົາຫຼີເພີ່ມທະວີສົມທົບກັນໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ - ảnh 1 ພາບປະກອບ

ເລື່ອງລົງນາມໃນຂໍ້ຕົກລົງນີ້ ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດເກົາຫຼີ, ຊຸກຍູ້ການສ້າງວັດທະນະທຳຄວາມປອດໄພຢູ່ບ່ອນເຮັດວຽກ ຜ່ານການປ້ອງກັນບໍ່ໃຫ້ເກີດອຸປະຕິເຫດແຮງງານ, ພະຍາດອາຊີບ. ຂໍ້ຕົກລົງ, ເພື່ອແນໃສ່ຊຸກຍູ້ການພັດທະນາລວມຂອງສອງຝ່າຍ ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ຜ່ານການນຳໃຊ້ບັນດາຄວາມສາມາດ, ແຫຼ່ງກຳລັງຂອງບັນດາຝ່າຍ ເພື່ອຮ່ວມມືໃນຂົງເຂດຄວາມປອດໄພສຸຂະອະນາໄມແຮງງານ. ຕາມນັ້ນແລ້ວ, ສາທາລະນະລັດເກົາຫຼີ ບໍ່ພຽງແຕ່ໜູນຊ່ວຍຫວຽດນາມ ສ້າງກົດໝາຍ, ນະໂຍບາຍເທົ່ານັ້ນ ຫາກຍັງໜູນຊ່ວຍຫວຽດນາມບັນດາໂຄງການ ເພື່ອຍົກສູງກຳລັງຄວາມສາມາດ, ຜັນຂະຫຍາຍກົດໝາຍວ່າດ້ວຍຄວາມປອດໄພສຸຂະອະນາໄມແຮງງານຢ່າງມີປະສິດທິຜົນອີກດ້ວຍ. ສອງຝ່າຍໃຫ້ຄຳໝັ້ນສັນຍາຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ ໃນສະພາບການພົວພັນການຮ່ວມມືລະຫວ່າງສອງປະເທດ, ສອງອົງການ.

ຕອບກັບ

ຂ່າວ/ບົດ​ອື່ນ