ຫວຽດນາມສຳເລັດອາຍຸການປະທານACRຢູ່ອີຕາລີເປັນຢ່າງດີ

(VOVWORLD) -ໃນໄລຍະເຄິ່ງປີຮັບຫນ້າທີ່ເປັນປະທານຄະນະກຳມະການ ອາຊຽນ ຢູ່ ໂຣມ ປະເທດ ອີຕີລີ (ACR), ທ່ານ ກາວຈີງທ້ຽນ  ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ພ້ອມກັບພະນັກງານສະຖານທູດຫວຽດນາມ ໄດ້ສຳເລັດຫນ້າທີ່ເປັນຢ່າງດີ, ຮັບປະກັນຈຸດໝາຍເພີ່ມທະວີບົດບາດທີ່ຕັ້ງຂອງອາຊຽນ ຢູ່ ອີຕາລີ ກວ່າອີກ. 

ຫວຽດນາມສຳເລັດອາຍຸການປະທານACRຢູ່ອີຕາລີເປັນຢ່າງດີ  - ảnh 1 ຜູ້ແທນເຂົ້າຮ່ວມພິທີມອບສົ່ງຫນ້າທີ່ປະທານACR

ພາບ:Vietnamplus

ນີ້ແມ່ນການຕີລາຄາຂອງເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນໃນການປະຊຸມມອບສົ່ງຫນ້າທີ່ປະທານ ACR ຈາກຫວຽດນາມ ໃຫ້ແກ່ ເອກອັກຄະລັດຖະທູດໄທ ດຳເນີນໃນວັນທີ 21 ກໍລະກົດ ຢູ່ ສຳນັກງານສະຖານທູດຫວຽດນາມ ຢູ່ ໂຣມ. ໃນອາຍຸການປະທານ ACR, ນອກຈາກຈັດຕັ້ງບັນດາກອງປະຊຸມປະສານງານການເຄື່ອນໄຫວຂອງກຸ່ມເຕັກນິກ, ສະຖານທູດຫວຽດນາມ ກໍ່ມີຄວາມຜເອົາໃຈໃສ່ຊຸກຍູ້ການເຊື່ອມຕໍ່ການພົວພັນລະຫວ່າງ ACR ກັບບັນດາຄູ່ຮ່ວມມືລັດຖະບານ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນຂອງ ອີຕາລີ. ທ່ານ ກາວຈີງທ້ຽນ  ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເນັ້ນຫນັກວ່າ, ໃນໄລຍະຈະມາເຖິງ, ສະຖານທູດຫວຽດນາມ ຈະສືບຕໍ່ຕັ້ງຫນ້າສົມທົບກັບ ປະທານ ACR ຄົນໃຫມ່ ເພື່ອຊ່ວຍໃຫ້ບັນດາການເຄື່ອນໄຫວໃນຂອບເຂດ ACR ດຳເນີນໄປຢ່າງດີງາມ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ