ຫວຽດນາມ,ອີຕາລີຍູ້ແຮງການຮ່ວມມືດ້ານກົດໝາຍແລະຍຸຕິທຳ

ຫວຽດນາມ,ອີຕາລີຍູ້ແຮງການຮ່ວມມືດ້ານກົດໝາຍແລະຍຸຕິທຳ - ảnh 1
ຫວຽດນາມ, ອີຕາລີຍູ້ແຮງການຮ່ວມມືດ້ານກົດໝາຍແລະຍຸຕິທຳ
(ພາບ: moj.gov.vn)


​​(vovworld) - ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ແລະ ກະຊວງ​ຍຸຕິ​ທຳ​ອີ​ຕາ​ລີ ຈະ​ລົງ​ນາມ​ໃນ​ບົດ​ບັນທຶກ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​. ນີ້​ແມ່ນ​ເນື້ອ​ໃນ​ເຊິ່ງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິທຳ ຮ່່າຮຸ່ງ​ເກື່ອງ ​ແລະ ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ຍຸຕິ​ທຳ​ອີ​ຕາ​ລີ Andrea Orlando ​ເຫັນ​ດີ​ທີ່​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 09/07, ຢູ່​ນະຄອນ​ຫຼວງ Rome, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຕາ​ລີ ຂອງ​ຄະນະ​ຜູ້​ແທນ​ລະຫວ່າງ​ຂະ​ແໜງ​ຍຸຕິ​ທຳ​ຫວຽດນາມ. ທີ່​ການ​ເຈລະຈາ. ລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ຄວາ​ມຈຳ​ເປັນ ​ແລະ ​ເນື້ອ​ໃນ​ພື້ນຖານ​ຂອງ​ບົດ​ບັນທຶກ​ຮ່ວມ​ມື​ລະ​ຫວ່າງ 2 ກະຊວງ ​ແລະ ຈະ​ລົງ​ນາມ​ເອກະສານ​ດັ່ງ​ກ່າວຢ່າງ​ເປັນ​ທາງ​ການ​ໂດຍ​ໄວ. ທ່ານ​ລັດຖະມົນຕີ​ ຮ່າ​ຮຸ່ງ​ເກື່ອງ ສະ​ເໜີ​​ໃຫ້ 2 ກະຊວງ ດຳ​ເນີນ​ການ​ເຈລະຈາ​ສັນຍາ​ໜູນ​ຊ່ວຍ​ດ້ານ​ຍຸຕິ​ທຳ​ກ່ຽວ​ກັບ​ພົນລະ​ເຮື​ອນ​ໂດຍ​ໄວ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປົກ​ປ້ອງ​ພົນລະ​ເມືອງ, ນັກ​ລົງທຶນ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ຜັນ​ຂະຫຍາຍ​ພັນທະ​ເປັນ​ສະມາຊິກ​ຂອງ​ກອງ​ປະຊຸມ La Hay ກ່ຽວ​ກັບ​ຍຸຕິ​ທຳ​ສາກົນ ​ເຊິ່ງທັງ 2 ປະ​ເທດ​ລ້ວນ​ແຕ່​ແມ່ນ​ສະມາຊິກຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ລັດຖະມົນຕີ Andrea Orlando ​​ໄດ້ເຫັນ​ດີກັບ​ຂໍ້​ສະ​ເໜີ​ນີ້ ​ແລະ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ມອບ​ໃຫ້​ບັດ​ດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ແຕ່ລະ​ປະ​ເທດ​ດຳ​ເນີນ​ການ​ເຈລະຈາ​ຮ່າງ​ສັນຍາ​ນີ້​ໂດຍ​ໄວ. ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​​ໂອ້​ລົມ​ສົນທະນາ​ໂຕະ​ມົນ​ກ່ຽວ​ກັບ​ບັນຫາ​ວິຊາ​ສະ​ເພາະ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຫົວໜ້າ​ກົມ​ກະຊວງ​ຍຸຕິ​ທຳ​ອີ​ຕາ​ລີ 4 ທ່ານ.

ຂ່າວ/ບົດ​ອື່ນ