ຫວຽດນາມ-ອີຕາລີສູ້ຊົນຍົກວົງເງິນການຄ້າ2ຝ່າຍຂຶ້ນເຖິງ5ຕຶ້USDໃນປີ2016

ຫວຽດນາມ-ອີຕາລີສູ້ຊົນຍົກວົງເງິນການຄ້າ2ຝ່າຍຂຶ້ນເຖິງ5ຕຶ້USDໃນປີ2016 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ່ນ​ຢຸງ ແລະ
ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella
(ພາບ: VGP/NhatBac)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 6/11ທີ່​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella ພວມ​ຢູ່​ຢ້ຽມຢາມ ຫວຽດນາມ, , ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ່ນ​ຢຸງ ປາດ​ຖະໜາ​ວ່າ: ຫວຽດນາມ ​ແລະ ອີ​ຕາ​ລີ ຈະ​ຮ່ວມ​ມື ​ໃນ​ທຸກ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົ​ບ, ສູ້​ຊົນ​ບັນລຸ​ຈຸດໝາຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​​ເຖິງລະດັບ 5 ຕຶ້ USD ​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຫວຽດນາມ ກໍ​​ຫວັງ​ວ່າ: ບັນດາ​ວິ​ສາ​ຫະກິດ​ຂອງ ອີ​ຕາ​ລີ ຈະ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັສ, ພະລັງງານ, ພື້ນ​ຖານ​ໂຄງ​ລ່າງ, ຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ…

        ສ່ວນ​ທ່ານ​ປະທານາທິບໍດີ Sergio Mattarella ​ໃຫ້​ຮູ້​ວ່າ: ການ​ຢ້ຽ​ມຢາມ​ຂອງ​ທ່ານ ​ເພື່ອ​ແນ​ໃສ່​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ ອີ​ຕາ​ລີ ​ໃນ​ການ​ເພີ່ມ​ທະວີສາຍ​ພົວພັນ​ກັບ ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​​ເພາະວ່າຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້ ຍັງ​ໃຫຍ່​ຫລວງ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານາທິບໍດີ Sergio Mattarella ຫວັງ​ວ່າ: ບັນດາ​ຝ່າຍ​ຈະ​ບໍ່​ມີ​ການ​ກະທຳ​ຕາມ​ລຳພັງຝ່າຍ​ດຽວ ​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ ​ແລະ ຂາດ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ພ້ອມ​ກັນ​ນັ້ນ ຕີ​ລາຄາ​ສູງ​ຫລັກ​ໝັ້ນ ​ແລະ ການ​ກະທຳ​ຂອງ ຫວຽດນາມ ​ໃນ​ການ​ປົກ​ປັກຮັກສາ​ສັນຕິພາບ ​ແລະ ຄວາມສະຖຽນ​ລະ​ພາບ​ຢູ່ພາກ​ພື້ນ.

 

 

 

ຂ່າວ/ບົດ​ອື່ນ