ຫວຽດນາມ-ອີຕາລີແລກປ່ຽນບົດຮຽນໃນຂົງເຂດຕຸລາການ

ຫວຽດນາມ-ອີຕາລີແລກປ່ຽນບົດຮຽນໃນຂົງເຂດຕຸລາການ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຄະ​ນະ
(ພ​າບ: Anh Ngọc/Vietnam+)

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອີ​ຕາ​ລີ ແຕ່​ວັນ​ທີ 16 – 19/11, ຄະ​ນະ​ຜູ້​ແທນຄະ​ນະ​​ການຊີ້​ນຳ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໂດຍ​ທ່ານ​ນາງ ເລ​ທິ​ທູ​ບາ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ນຳ​ໜ້າ, ມີ​ການ​ເຮັດ​ວຽກ​ກັບ​ສະ​ພາ​ຜູ້​ພິ​ພາກ​ສາ​ສູງ​ສຸດ ອີ​ຕາ​ລີ ເພື່ອ​ແນ​ໃສ່​ພົວ​ພັນແລກ​ປ່ຽນ, ຊອກ​ຮູ້​ບົດ​ຮຽນ​ຂອງ​ປະ​ເທດນີ້​ໃນ​ການ​ເຄື່ອ​ນ​ໄຫວ​ຕຸ​ລາ​ການ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ເລ​ທິ​ທູ​ບາ ຊີ້​ແຈ້ງ​ວ່າ: ຫວຽດ​ນາມ ພວມ​ຄົ້ນ​ຄ້​ວາ​ປ່ຽນ​ໃໝ່​ຮູບ​ແບບ​ດຳ​ເນີນ​ຄະ​ດີ ເພື່ອ​ສ້າງ​ຮູບ​ແບບ​ການ​​ດຳ​ເນີນ​ຄະ​ດີເໝາະ​ສົມ​ກັບ ຫວຽດ​ນາມ. ທ່ານ Giovanni Legnini, ຮອງ​ປະ​ທານ​ສະ​ພາ​ຜູ້​ພິ​ພາກ​ສາ​ສູງ​ສຸດ​ຂອງ ອີ​ຕາ​ລີ, ຢ​ືນ​ຢັນ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ແມ່ນ​ວິ​ວັດ​ທະ​ນາ​ການ​​ຫຍຸ້ງ​ຍາກຫຼາຍ, ໃນ​ນັ້ນ​ຂະ​ແໜງ​ຕຸ​ລາ​ການ​ທັງ​ຮັບ​ປະ​ກັນ​ລັກ​ສະ​ນະ​ເອ​ກະ​ລາດ ແລະ ທັງ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໃຫ້ໄດ້.  ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ບົດ​ຮຽນ ແລະ ລະ​ບົບ​ຕຸ​ລາ​ການ​ທີ່​ຍາວ​ນານນັ້ນ, ອີ​ຕາ​ລີ ກ​ຽມ​ພ້ອມ ແລະ ຫວັງ​ວ່າ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ຂອງ ຫວຽດ​ນາມ. ກໍ່​ໃນ​ຂອບ​ເຂດ​ຂອງ​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ປັບ​ປຸງ​ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ​ຄື: ກົດ​ໝາຍ​ອາ​ຍາ, ກົດ​ໝາຍ​ແພ່ງ… ກໍ່​ຄື​ບົດ​ຮຽນ​ໃ​ນການ​ບຳ​ລຸງ​ສ້າງ​ແຫຼ່​ງ​ຊັບ​ພະ​ຍາ​ກອນມ​ະ​ນຸດ​ໃນ​ຂົງ​ເຂດ​ກົດ​ໝາຍ ແລະ ສະ​ພາບ​ ​ຕົວ​ຈິງ​ໃນ​ການ​ເຄື່ອນ​ໄຫວ​ຕຸ​ລາ​ການ.

 


ຂ່າວ/ບົດ​ອື່ນ