ຫວຽດນາມ-ອາເມລິກາຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ2ຝ່າຍ

ຫວຽດນາມ-ອາເມລິກາຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ2ຝ່າຍ - ảnh 1
ທ່ານ Frank A. Rose ແລະ ພົນ​ໂທ ຫງວຽ​ນ​ຈີ໋ວີ້ງ

(vovworld) – ​​​​ຕອ​ນ​ເຊົ້າ​ວັນ​ທີ 13/7, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽ​ນ​ຈີ໋ວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Frank A. Rose, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ກົມ​ຄວບ​ຄຸມ ແລະ ກວດ​ກາ​ອາ​ວຸດ, ເນື່ອງ​ໃນ​ໂອ​ກາດ​ທ່ານ​ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ພົນ​ໂທ ຫງວຽນ​ຈີ໋ວີ້ງ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ອ​າ​ເມ​ລິ​ກາ ໃນ​ພາກ​ພື້ນ ແລະ ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ໂດຍອ​ີງ​ໃສ່ຫຼັກ​ການ​ເຄົາ​ລົບ​ກົດ​ບັດ ສ​ປ​ຊ, ກົດ​ໝາຍ​ສາ​ກົນ, ເຄົາ​ລົບ​ລະ​ບົບ​ການ​ເມືອງ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ແຕ່​ລະ​ປະ​ເທດ, ຕີ​ລາ​ຄາ​ສູງ​ເລື່ອງ ອ​າ​ເມ​ລິ​ກາ​ ​ຍົກ​ເລີກ​ສ່ວນ​ໜຶ່ງ​​ຂອງຄຳ​ສັ່ງ​ຂວ້ຳ​ບາດ​ອາ​ວຸດ ສຳ​ລັບ ຫວຽດ​ນາມ ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ​້ ອາ​ເມ​ລິ​ກາ ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້າ​ນ​ອາ​ວຸດ​ຢ່າງ​ສົມ​ບູນ​ສຳ​ລັບ ຫວຽດ​ນາມ, ປະ​ກອບ​ສ່ວນ​ແທດ​ຈິງ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ. ພົນ​ໂທ ຫງວຽນ​ຈີ໋ວີ້ງ ສະ​ເໜີ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຕາມ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໂດຍ​ປະ​ມຸກ​ລັດ 2 ປະ​ເທດ​ສ້າງ​ຕັ້ງ​ເມື່ອ​ປີ 2013, ບົດ​ບັນ​ທຶ​ກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​​ດ້ານປ້ອງ​ກັນ​​ຊາດ 2 ຝ່າຍ (MOU) ເຊັນ​ກັນ​ເມື່ອ​ປີ 2011 ແລະ ຖະ​ແຫຼງ​ການ​ວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ການ​​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ເຊັນ​ກັນ​ເມື່ອ​ປີ 2015, ຕາມ​ທິດ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ ແລະ ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ຝ່າຍ. ທ່ານ Frank A. Rose ຢັ້ງ​ຢືນ​ຈະ​ເຮັດ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ກອງ​ທັບ 2 ປະ​ເທດ​ເພີ່ມ​ທະ​ວີ​ຕາມ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ​້​ກຳ​ນົດ​ໃນ MOU ແລະ ຖະ​ແຫຼງ​ການວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ດ້ານປ້ອ​ງ​ກັນ​ຊາດ​ເຊັນ​​ກັນປີ 2015, ສຸມ​ໃສ່​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ, ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບຂອງ ສ​ປ​ຊ, ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ ແລະ ​ການຮ່ວມ​ມື​​ດ້ານເສ​ນາ​ຮັກ.


ຂ່າວ/ບົດ​ອື່ນ