ຫວຽດນາມຮຽກຮ້ອງບັນດາຝ່າຍເຊື່ອມຕໍ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) -ຫວຽດນາມຮຽກຮ້ອງໃຫ້ວົງຄະນະຍາດສາກົນເພີ່ມທະວີການຊ່ວຍເຫຼືອມະນຸດສະທຳ ໃນນັ້ນ ມີການສະໜັບສະຫນູນການເຄື່ອນໄຫວຂອງອົງການ UNRWA ແນໃສ່ຊ່ວຍຊາວປາແລັສຕິນ ຜ່ານຜ່າຄວາມຫຍຸ້ງຍາກ ກັບຄືນສູ່ການດຳລົງຊີວິດປົກກະຕິໂດຍໄວ
ຫວຽດນາມຮຽກຮ້ອງບັນດາຝ່າຍເຊື່ອມຕໍ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ - ảnh 1ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

ວັນທີ 21 ພຶດສະພາ, ຕອບສຳພາດນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ອິດສະຣາແອນ ແລະ ຂະບວນການ ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງເນັ້ນໜັກວ່າ ຫວຽດນາມຊົມເຊີຍ ແລະ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບ ປະຕິບັດ ຂໍ້ຕົກລົງຢຸດຍິງທີ່ຫາກໍບັນລຸໄດ້ຢ່າງເຂັ້ມງວດ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມຕີລາຄາສູງບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງວົງຄະນະຍາດສາກົນ, ພິເສດແມ່ນ ສ.ປ.ຊ ແລະ ບາງປະເທດທີ່ກ່ຽວຂ້ອງ. ຫວຽດນາມຮຽກຮ້ອງໃຫ້ວົງຄະນະຍາດສາກົນເພີ່ມທະວີການຊ່ວຍເຫຼືອມະນຸດສະທຳ ໃນນັ້ນ ມີການສະໜັບສະຫນູນການເຄື່ອນໄຫວຂອງອົງການ UNRWA ແນໃສ່ຊ່ວຍຊາວປາແລັສຕິນ ຜ່ານຜ່າຄວາມຫຍຸ້ງຍາກ ກັບຄືນສູ່ການດຳລົງຊີວິດປົກກະຕິໂດຍໄວ.

     ຫວຽດນາມຮຽກຮ້ອງບັນດາຝ່າຍຈົ່ງເຊື່ອມຕໍ່ ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ໂດຍອີງໃສ່ວິທີການແກ້ໄຂທີ່ຄົງຕົວ 2 ລັດ ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສ.ປ.ຊ.

ຕອບກັບ

ຂ່າວ/ບົດ​ອື່ນ