ຫວຽດນາມຮຽກຮ້ອງປະຊາຄົມສາກົນສ້າງໜ່ວຍໂລກແຫ່ງສັນຕິພາບແລະມີຄວາມໝັ້ນຄົງ

ຫວຽດນາມຮຽກຮ້ອງປະຊາຄົມສາກົນສ້າງໜ່ວຍໂລກແຫ່ງສັນຕິພາບແລະມີຄວາມໝັ້ນຄົງ - ảnh 1
ທ່ານ​ນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ
(ພາບ: TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ລວມຂອງ​ຄະນະ​ກຳມະການຫລຸດ​ຜ່ອນ​ກຳລັງ​ອາວຸດ ​ແລະ ທະຫານ ແລະ ຄວາມ​ໝັ້ນຄົງ​ສາກົນ, ຄະນະ​ກຳມະ​ການ 1, ພວມ​ດຳ​ເນີນ​ໄປ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ​ຢູ່ ນິວຢ​ອກ, ອາ​ເມ​ລິ​ກາ, ທ່ານ​ນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ຮຽກ​ຮ້ອງປະຊາ​ຄົມ​ສາກົນ ພ້ອມ​ກັນ​ສ້າງໜ່ວຍ​ໂລກ​ແຫ່ງ​ສັນຕິພາບ ​ແລະ ມີ​ຄວາມ​ໝັ້ນຄົງ, ຊຸກຍູ້​ວັດທະ​ນະ​ທຳ​ເຄົາລົບ ​ແລະ ມີການ​ປະພຶດ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ເຟືອງ​ງາ ຊີ້​ແຈ້ງວ່າ: ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບສະໜູນ​ຕ້ານການ​ເຜີຍ​ແຜ່, ຫລຸດຜ່ອນກຳລັງ​ອາວຸດ ​ແລະ ທະຫານ​ຢ່າງຮ້ອບດ້ານ ​ແລະ ລະອຽດ, ພິ​ເສດ​ແມ່ນ​ອາ​ວຸດ​ນິວ​ເຄຼຍ ​ແລະ ອາວຸດລ້າງຜານ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ​ບັນດາ​ປະ​ເທດ​ສູ້​ຊົນ​​ເພື່ອ​ຈຸດໝາຍ​ລວ​ມນີ້, ກໍ່ຄື​ຮັບປະກັນ​ຄວາມ​ໝັ້ນຄົງຄວາມ​ສະຫງົບ​ປອດ​ໄພ​ໃນ​ວິວັດ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ - ສັງຄົມ
ຂ່າວ/ບົດ​ອື່ນ