ຫວຽດນາມຮຽກຮ້ອງປະຕິບັດຕາມກົດໝາຍສາກົນ ແລະ ຊຸກຍູ້ການຮ່ວມມືຫຼາຍຝ່າຍເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງທາງທະເລເພື່ອຄວາມສະຖຽນລະພາບທົ່ວໂລກ
(VOVWORLD) - ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982 (UNCLOS) ແມ່ນກອບນິຕິກຳຮອບດ້ານປັບປຸງທຸກການເຄື່ອນໄຫວຢູ່ທະເລ, ທຸກນະໂຍບາຍ, ຂໍ້ກຳນົດ ແລະ ການປະພຶດຂອງບັນດາປະເທດຢູ່ທະເລຕ້ອງສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ ກົດບັດ ສປຊ ແລະ UNCLOS.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ |
ໃນລະຫວ່າງວັນທີ 20 – 21 ພຶດສະພາ, ທີ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງ ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງທາງທະເລ ຜ່ານການຮ່ວມມືສາກົນ ເພື່ອສະຖຽນລະພາບທົ່ວໂລກ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982 (UNCLOS) ແມ່ນກອບນິຕິກຳຮອບດ້ານປັບປຸງທຸກການເຄື່ອນໄຫວຢູ່ທະເລ, ທຸກນະໂຍບາຍ, ຂໍ້ກຳນົດ ແລະ ການປະພຶດຂອງບັນດາປະເທດຢູ່ທະເລຕ້ອງສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ ກົດບັດ ສປຊ ແລະ UNCLOS. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາປະເທດປະຕິບັດບັນດາພັນທະຕາມສົນທິສັນຍາຢ່າງຄົບຖ້ວນ, ເຄົາລົບອະທິປະໄຕ, ຜົນປະໂຫຍດ ແລະ ບັນດາການເຄື່ອນໄຫວເສດຖະກິດອັນຊອບທຳຂອງບັນດາປະເທດແຄມທະເລ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ຮັບປະກັນຄວາມເສລີ, ຄວາມປອດໄພ ແລະ ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນ, ບໍ່ປະຕິບັດບັນດາການກະທຳເຮັດໃຫ້ສະພາບການສັບສິນຂຶ້ນຕື່ມ.