(ພາບປະກອບ)
(vovworld)- ຕໍ່ໜ້າຂ່າວໃນທາງສື່ມວນຊົນຈີນ ໂດຍໃຫ້ຮູ້ວ່າ: ຈີນ ຈະມີແຜນການຈັດໃຫ້ນັກທ່ອງທ່ຽວໄປເຂດໝູ່ເກາະຮ່ວາງຊາ, ວັນທີ 12/4, ຜູ້ຕາງໜ້າຄະນະກຳມະການຊາຍແດນ, ກະຊວງການຕ່າງປະເທດຫວຽດນາມ ຊີ້ແຈງວ່າ: “ຫວຽດນາມ ມີອະທິປະໄຕທີ່ບໍ່ສາມາດປະຕິເສດໄດ້ສຳລັບເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ເລື່ອງຈີນ ຈັກການສົ່ງນັກທ່ອງທ່ຽວໄປເຂດໝູ່ເກາະຮ່ວາງຊາ ແມ່ນໄດ້ລະເມີດອະທິປະໄຕຂອງຫວຽດນາມ ຢ່າງໜັກໜ່ວງ, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ. ຫວຽດນາມ ຮຽກຮ້ອງໃຫ້ຈີນ ຈົ່ງປະລະແຜນການດັ່ງກ່າວ“
ວັນທີ 12/4/2013, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຈົດໝາຍທາງການໃຫ້ແກ່ຜູ້ຕາງໜ້າສະຖານທູດຈີນ ປະຈຳຫວຽດນາມ ເພື່ອຄັດຄ້ານແຜນການນີ້.