ຫວຽດນາມເຂົ້າຮ່ວມກອງ ປະຊຸມລັດຖະມົນຕີການ ຕ່າງປະເທດເວທີ ປາໄສຮ່ວມມືອາຊີ-ເອີລົບ


ຫວຽດນາມເຂົ້າຮ່ວມກອງ ປະຊຸມລັດຖະມົນຕີການ ຕ່າງປະເທດເວທີ ປາໄສຮ່ວມມືອາຊີ-ເອີລົບ - ảnh 1
 (ພາບ: Vietnamplus)

 (vovworld)-​​​​ ​ ຕອນ​ເຊົ້າວັນ​ທີ 11/11, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທີ 11 ຂອງເວທີ​ປາ​ໄສ​ຮ່ວມ​ມື​ອາຊີ-​ເອີ​ລົບ ຄັ້ງທີ 11 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ອິນ​ເດຍ. ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຮ່າ​ກິມຫງອກ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງລັດຖະມົນຕີ​​ຮ່າ​ກິມຫງອກ ​ເນັ້ນໜັກ​ວ່າ: ​ໃນ​ສະພາບ​ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ຄວາມຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຍົກ​ສູງ​ບົດບາດ​ທີ່​ຕັ້ງຂອງ​ອາ​ແຊມ ພວມ​ມີການຮີ​ບດ່ວນ​ທີ່​ສຸ​ດ. ປະ​ເທດ​ຕ່າງໆ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ ​ແລະ ຂໍ້​ລິ​​ເລີ່​ມຂອງ​ຫວຽດນາມ, ຮ່ວມມືກັນ​ຮັບປະກັນ​ຄວາມໝັ້ນຄົງ​ສະບຽງ​ອາຫານ-​ແຫຼ່ງນ້ຳ-ພະລັງງານ​ຄວນ​ກາຍ​ເປັນ​ເນື້ອ​ໃນ​ບຸລິມະສິດ​ຂອງ​ອາ​ແຊມ; ໜູນ​ຊ່ວຍ​ບັນດາ​​ໂຄງການ​ອະນຸ​ພາກ​ພື້ນ​ຄື​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ ​ແລະ ອາ​ຊຽນ ກໍ່​ຄື​ວິທີ​ສຳ​ພັດ​ໃໝ່​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ… ພິ​ເສດ​ຫຼາຍ​ປະ​ເທດ​ຢືນຢັນ​ຈະ​ສືບ​ຕໍ່ສະໜັບສະໜູນ ​ແລະ ສົມທົບ​ກັບຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຜັນ​ຂະຫຍາຍ 2 ຂໍ້​ລິ​ເລີ່​ມ​ໂດຍ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ສະ​ເໜີ​ທີ່​ກອງ​ປະຊຸມ​ຂັ້ນສູງອາ​ແຊມ 9 ຢູ່​ລາວ ​ໃນ​ເດືອນ 11/2012 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳໝັ້ນຄົງ ​ແລະ ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ./.

ຂ່າວ/ບົດ​ອື່ນ