ຫວຽດນາມເຂົ້າຮ່ວມກອງປະຊຸມ AMM – 51 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ຢ່າງເປັນເຈົ້າການ ແລະ ຕັ້ງໜ້າ

(VOVWORLD) -ຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມບົນຈິດໃຈເປັນເຈົ້າການ, ຕັ້ງໜ້າສະໜັບສະໜູນບັນດາບຸລິມະສິດ ໂດຍທ່ານປະທານສິງກະໂປ ໄດ້ນໍາສະເໜີ.

ຫວຽດນາມເຂົ້າຮ່ວມກອງປະຊຸມ AMM – 51 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ຢ່າງເປັນເຈົ້າການ ແລະ ຕັ້ງໜ້າ - ảnh 1(ພາບປະກອບ:TTXVN) 

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51 (AMM – 51) ແລະ ບັນດາກອງປະຊຸມກ່ຽວຂ້ອງ ທີ່ໄດ້ດໍາເນີນໃນວັນທີ 01 – 04 ສິງຫາ, ຢູ່ສິງກະໂປ. ທ່ານ ຫງວຽນກັວກຢຸງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໃຫ້ຮູ້ວ່າ ໃນຕະຫຼອດໄລຍະດໍາເນີນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ເຂົ້າຮ່ວມກວ່າ 30 ການເຄື່ອນໄຫວຂອງກອງປະຊຸມ ແລະ ມີການພົບປະສອງຝ່າຍ 15 ຄັ້ງກັບບັນດາເພື່ອນຮ່ວມອາຊີບ ອາຊຽນ ແລະ ບັນດາຄູ່ຮ່ວມມື ຢູ່ນອກກອງກອງປະຊຸມ. ຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມບົນຈິດໃຈເປັນເຈົ້າການ, ຕັ້ງໜ້າສະໜັບສະໜູນບັນດາບຸລິມະສິດ ໂດຍປະເທດປະທານສິງກະໂປ ໄດ້ນໍາສະເໜີ.

        ກ່າວຄໍາເຫັນທີ່ບັນດາກອງປະຊຸມອາຊຽນກໍຄືກັບບັນດາຄູ່ຮ່ວມມື, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ໄດ້ຍົກອອກບັນດາທັດສະນະ ແລະ ວິທີການສໍາຜັດຂອງຫວຽດນາມ ແມ່ນເໝາະສົມກັບຄວາມສົນໃຈລວມຢູ່ກອງປະຊຸມ, ໂດຍໄດ້ຮັບການແລກປ່ຽນ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກບັນດາປະເທດ.

        ທ່ານ ຫງວຽນກັວກຢຸງ ໃຫ້ຮູ້ວ່າ ພາຍຫຼັງ 3 ປີ ດໍາລົງຕໍາແໜ່ງເປັນຜູ້ປະສານງານການພົວພັນຄູ່ຮ່ວມມື ອາຊຽນ - ອິນເດຍ ( 8/2015 – 8/2018), ຫວຽດນາມໄດ້ສໍາເລັດໜ້າທີ່ໂດຍໝູນວຽນກັນດັ່ງກ່າວໃນອາຊຽນເປັນຢ່າງດີ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງອາຊຽນ - ອິນເດຍ ໃຫ້ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ໂດຍຄູ່ຮ່ວມມືອິນເດຍສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງ. ເນື່ອງໃນໂອກາດນີ້, ຫວຽດນາມ ກໍໄດ້ຮັບມອບໝາຍໜ້າທີ່ເປັນຜູ້ປະສານງານການພົວພັນລະຫວ່າງອາຊຽນ ແລະ ຍີ່ປຸ່ນ ໃນໄລຍະ 2018 – 2021 ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ