ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ປົກປ້ອງ​ ປະ​ຊາ​ຊົນ​ທີ່ປະ​ສົບ​ກັບ​ໄພ​ອຶດ​ຫິວ​ຍ້ອນ​ການ​ປະ​ທະ​ກັນ

(VOVWORLD) - ວັນທີ 21 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ປຶກສາຫາລືກ່ຽວກັບການປົກປ້ອງ ປະຊາຊົນທີ່ປະສົບກັບໄພອຶດຫິວຍ້ອນການປະທະກັນ.
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ປົກປ້ອງ​ ປະ​ຊາ​ຊົນ​ທີ່ປະ​ສົບ​ກັບ​ໄພ​ອຶດ​ຫິວ​ຍ້ອນ​ການ​ປະ​ທະ​ກັນ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ປຶກສາຫາລືກ່ຽວກັບການປົກປ້ອງ ປະຊາຊົນທີ່ປະສົບກັບໄພອຶດຫິວຍ້ອນການປະທະກັນ (ພາບ: UN)

ທີ່ກອງປະຊຸມ, ທ່ານ David Beasley ຜູ້ອຳນວຍການຝ່າຍບໍລິຫານໂຄງການສະບຽງອາຫານໂລກ (WFP)ໄດ້ກ່າວເຕືອນຄວາມສ່ຽງທີ່ອາດຈະເກີດໄພອຶດຫິວໃນປີ 2020 ພ້ອມທັງໃຫ້ຮູ້ວ່າໂລກລະບາດ Covid - 19 ຈະເຮັດໃຫ້ ຈຳນວນຜູ້ປະສົບກັບຄວາມສ່ຽງ ຕາຍອຶດ  ໃນປີ 2020 ເພີ່ມຂຶ້ນເຖິງ 265 ລ້ານຄົນ.

        ແບ່ງປັນຄຳເຫັນກັບຜູ້ຕາງໜ້າບັນດາປະເທດສະມາຊິກ, ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສປຊ ແລະ ບັນດາອົງການໃນລະບົບສປຊ ຕ້ອງມານະພະຍາຍາມກ່ວາອີກ ເພື່ອແກ້ໄຂບັນຫາຂອງການປະທະກັນ ແລະ ຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ເປັນຕົ້ນແມ່ນໃນສະພາບທີ່ມີຄວາມສ່ຽງສູງກ່ວາຍ້ອນໂລກລະບາດ Covid – 19 ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ