ຫວຽດນາມເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ9ກອງປະຊຸມສາກົນບັນດາພັກການເມືອງອາຊີ

ຫວຽດນາມເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ9ກອງປະຊຸມສາກົນບັນດາພັກການເມືອງອາຊີ - ảnh 1
ທ່ານ ຮ່ວາງບີ່ງກວນ ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(vovworld) – ​ແຕ່​ວັນ​ທີ 1 -4/9, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 9 ກອງ​ປະຊຸມ​ສາກົນ​ບັນດາ​ພັກ​ການ​​ເມືອງ ອາຊີ ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ປົວ, ​ປະ​ເທດ ມາ​ເລ​ເຊຍ, ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 300 ທ່ານ ມາ​ຈາກ 89 ພັກ​ການ​ເມືອງ, ຂຶ້ນ​ກັບ 35 ປະ​ເທດ ອາຊີ ​ແລະ ບາງ​ຄະນະ​ຜູ້​ສັງ​ເກດການ​ຂອງບັນດາ​ພັກ, ບັນດາ​ອົງການ​ສາກົນ​ພາບ​ໃນ ​ແລະ ນອກ​ພາກ​ພື້ນ. ຄະນະ​ຜູ້​ແທນພັກ​ກອມ​ມູນິດ ຫວຽດນາມ​ໂດຍ​ທ່ານ ຮ່ວາງ​ບີ່​ງກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ​ເປັນ​ຫົວໜ້າ​ຄະນະ ​ໄດ້ເຂົ້າ​ຮ່ວມ​ແລະ ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຢູ່​ບັນດາ​ວາລະ​ປຶກສາ​ຫາລື​ຂອງ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ທ່ານ ຮ່ວາງ​ບີ່​ງກວນ ຢັ້ງຢືນ​ວ່າ: ​ໃນ​ສະພາບ​ການ ອາຊີ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ພັດທະນາ, ບັນດາ​ພັກຕ້ອງ​ສະ​ແດງ​ຄວາມ​ຮັບຜິດຊອບ​ລວມສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງທາງ​ດ້ານ​ອະທິປະ​​ໄຕ, ຜືນ​ແຜ່ນດິນ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາ​ະສົມ​ກັບ​ກົດໝາຍ​ສາກົນ, ​ເຄົາລົບ​ບັນດາ​ວິວັດທະນາ​ການ​ການ​ທູດ ​ແລະ ນິຕິ​ທຳ, ພ້ອມ​ທັງ​ຕ້ອງ​ມະ​ນາ​ພະຍາຍາມ​ຊຸກ​ຍຸ້ບັນດາ​ຂໍ້​ຕົກລົງ ​ແລະ ກົນ​ໄກ​ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ປະ​ທະ​ກັນ. ພ້ອມ​ກັນ​ນັ້ນ​ຕ້ອງ​ຍູ້​ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເພື່ອ​ການ​ພັດທະນາ​ຍຸຕິ​ທຳ ​ແລະ ຍືນ​ຍົງ, ​ເພີ່ມທະວີ​ການ​ເຊື່ອມ​ຕໍ່​ເສດ​ຖະກິດ ​ແລະ ພື້ນຖານ​ໂຄງ​ລ່າງ, ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ…


ຂ່າວ/ບົດ​ອື່ນ