ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການຄວບຄຸມຢາເສບຕິດສປຊ

ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການຄວບຄຸມຢາເສບຕິດສປຊ - ảnh 1
ພົນ​ໂທ ​ເລ​ກີ​ເວືອງ
photo:internet


(vovworld)- ກອງປະຊຸມດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 13- 21/3 ໂດຍມີການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ 1.000 ຄົນ ມາ​ຈາກບັນດາ​ປະ​ເທດ​ສະມາຊິກ ສປຊ, ອົງການ​ສາກົນ, ບັນດາ​ເຂດ​ແຄ້ວ​ນ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ໂທ ​ເລ​ກີ​ເວືອງ, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ​ກໍ​ເປັນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ສປຊ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຕັ້ງຫນ້າ​ເຂົ້າ​ຮ່ວມ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ເວົ້າ​ລວມ ​ແລະ ປ້ອງ​ກັນ, ຄວບ​ຄຸມ​ຢາ​ເສບ​ຕິດ​ເວົ້າ​ສະ​ເພາະ ຢູ່​ທັງ​ໝົດ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ