ຫວຽດນາມເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາຍິງAIPAຢູ່ມາເລເຊຍ

ຫວຽດນາມເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາຍິງAIPAຢູ່ມາເລເຊຍ - ảnh 1
ຄະນະ​ຜູ້​ແທນ ຫວຽດນາມ ຢູ່ກອງ​ປະຊຸມ​ສະມາຊິກ​ລັດຖະສະພາ​ AIPA
(ພາບ: KimDung-ChiGiap/vietnam+)

(vovworld) – ກອງ​ປະຊຸມ​ສະມາຊິກ​ລັດຖະສະພາຍິງ​ AIPA (WAIPA) ດຳ​ເນີນ​ໃນ​ວັນ​ທີ 7/9, ກ່ອນ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສະມັດຊາໃຫຍ່​ລັດຖະສະພາ​ລະຫວ່າງຊາດ ອາ​ຊຽນ ຄັ້ງ​ທີ 36 ​ແລະ ວາລະ​ປະຊຸມ​ຄົບຄະນະ AIPA – 36. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ຮອງ​ຫົວ​ໜ້າ​​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ທ່ານ​ນາງ ຫງວຽນທຸ໋ຍ​ແອ​ງ ນຳ​ໜ້າ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາຮ່າງ​ມະຕິ​ກ່ຽວ​ກັບ​ຮອງ​ຮັບ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຫລັງ​​ປີ 2015 ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ, ຮ່າງ​ມະຕິ​ກ່ຽວ​ກັບການ​ຊຸກຍູ້​ວັດທະນະທຳ​ເຄົາລົບສິດ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ ມຸ່ງ​ໄປ​ເຖິງ​ການພັດທະນາຢ່າງ​ຮອບດ້ານ ​ແລະ ຮ່າງ​ມະຕິ​ກ່ຽວ​ກັບການ​ເພີ່ມ​ທະວີ​ຂອບ​ເຂດ​ນິຕິ​ກຳລົບລ້າງການໃຊ້ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ນ້ອຍໃນ ອາ​ຊຽນ. ​ແລະ​ໃນ​ວັນ​ດຽວ​ກັນ, ​ໃນ​ຂອບ​ເຂກ​ກອງ​ປະຊຸມ WAIPA, ບັນດາ​ຜູ້​ແທນ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ເວທີ​ປາ​ໄສ ອາຊີ - ປາຊີ​ຟິກກ່ຽວ​ກັບ​ແມ່ຍິງ, ກົດໝາຍ ​ແລະ ພັດທະນາ (APWLD).

ຂ່າວ/ບົດ​ອື່ນ