ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ປະ​ດິດ​ສ້າງ ດາວ​ທຽມ ຣາ​ດາ

(VOVWORLD) -ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ສູນ ອາວະກາດ ຫວຽດນາມ ແລະ ກຸ່ມບໍລິສັດ Sumitomo (ຍີ່ປຸ່ນ) ໄດ້ຈັດຕັ້ງພິທີລົງນາມ ຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ”
ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ປະ​ດິດ​ສ້າງ ດາວ​ທຽມ ຣາ​ດາ - ảnh 1ຜູ້ຕາງໜ້າສູນອາວະການ ຫວຽດນາມ (ສະພາມະຫາບັນດິດ ວິທະຍາສາດ ເຕັກໂນໂລຢີ ຫວຽດນາມ) ແລະ ກຸ່ມບໍລິສັດ Sumitomo (ຍີປຸ່ນ) ລົງນາມຮັບເໝົາການປະດິດສ້າງ “ດາວທຽມ LOTUSat-1, ອຸປະກອນ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ” (ພາບ: nhandan.com.vn) 

 ໃນການຜັນຂະຫຍາຍ ໂຄງການນີ້, ກຸ່ມບໍລິສັດ NEC (ຍີ່ປຸ່ນ) ຈະເປັນຜູ້ອອກແບບ, ປະດິດສ້າງດາວທຽມ LOTUSat-1, ມີນ້ຳໜັກ 570 ກິໂລກຼາມ, ດວຍການນຳໃຊເຕັກໂນໂລຢີ ຣາດາທັນສະໄໝທີ່ສຸດ. ບັນດາ ນັກວິສະວະກອນ ຫວຽດນາມ ຈະໄດ້ເຂົ້າຮ່ວມໃນວິວັດການອອກແບບ, ປະດິດສ້າງເພື່ອທັງຮຽນທັງເຮັດໄປພ້ອມກັນ. ວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງ ແລະ ຖ່າຍທອດເຕັກໂນໂລຢີຈະໄດ້ປະຕິບັດຢູ່ໂຮງງານຜະລິດດາວທຽມຂອງ ກຸ່ມບໍລິສັດ NEC ຢູ່ ຍີ່ປຸ່ນ.

        ຄາດວ່າ, ດາວທຽມ LOTUSat-1 ຈະເລີ່ມອອກແບບ, ປະດິດສ້າງ ໃນປີ 2020, ຍິງຂຶ້ນສູ່ວົງໂຄຈອນ ໃນປີ 2023. ຂໍ້ມູນ ແລະ ຮູບພາບທີ່ໄດ້ຮັບຈາກດາວທຽມ LOTUSat-1 ຈະຕອບສະໜອງໄດ້ຄວາມຕ້ອງການທີ່ຈຳເປັນກ່ຽວກັບ ຮູບພາບ ດາວທຽມ, ສະໜອງບັນດາຂໍ້ມູນທີ່ຖືກຕ້ອງ ຊັດເຈນ ແລະ ທັນການ, ຊ່ວຍໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງມີວິທີການຫຼຸດຜ່ອນຜົນກະທົບຂອງໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ລະດັບຕ່ຳສຸດ, ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ຕິດຕາມກວດກາສິ່ງແວດລ້ອມ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ