ຫວຽດນາມເຂົ້າຮ່ວມການພົບປະສາກົນບັນດາພັກກອມມູນິດແລະກຳມະກອນຄັ້ງທີ19ຢູ່ລັດເຊຍ

(VOVWORLD) -ໃນລະຫວ່າງວັນທີ 02 – 03 ພະຈິກ, ຢູ່ນະຄອນ St.Peterburg, ປະເທດລັດເຊຍ ໄດ້ດຳເນີນການພົບປະສາກົນບັນດາພັກກອມມູນິດ ແລະ ກຳມະກອນຄັ້ງທີ 19
ຫວຽດນາມເຂົ້າຮ່ວມການພົບປະສາກົນບັນດາພັກກອມມູນິດແລະກຳມະກອນຄັ້ງທີ19ຢູ່ລັດເຊຍ - ảnh 1 (ຫວຽດນາມເຂົ້າຮ່ວມການພົບປະສາກົນບັນດາພັກກອມມູນິດແລະກຳມະກອນຄັ້ງທີ19ຢູ່ລັດເຊຍ)

ດ້ວຍຫົວຂໍ້ວ່າ “100 ປີແຫ່ງວັນການປະຕິວັດສັງຄົມນິຍົມຕຸລາ: ບັນດາແນວຄວາມຄິດຂອງຂະບວນການພັກກອມມູນິດ, ເພີ່ມທະວີການຕໍ່ສູ້ຕ້ານລັດທິຈັກກະພັດ, ເພື່ອສັນຕິພາບ ແລະ ສັງຄົມນິຍົມ”. ເຫດການນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ທີ່ຍິ່ງໃຫຍ່ (07 ພະຈິກ 1917 – 07 ພະຈິກ 2017). ເຂົ້າຮ່ວມເຫດການຄັ້ງນີ້, ຄະນະຜູ້ຕາງໜ້າພັກກອມມູນິດຫວຽດນາມ ໂດຍທ່ານ ເຈີນດັກເລີ້ຍ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກນຳໜ້າ.

        ໃນບົດກ່າວປາໄສທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ, ທ່ານ ເຈີນດັກເລີ້ຍ, ຮອງຫົວໜ້າຄະນະພົບພັນຕ່າງປະເທດສູນກາງພັກ ຢືນຢັນວ່າ, ການປະຕິວັດເດືອນຕຸລາ ທີ່ຍິ່ງໃຫຍ່ ມີບົດບາດສຳຄັນພິເສດສຳລັບມວນມະນຸດໃນທົ່ວໂລກ ຍ້ອນໄດ້ສ້າງການພົວພັນສາກົນແບບໃໝ່ເປັນຮູບປະທຳ, ດ້ວຍການເຄົາລົບສິດຕັດສິນດ້ວຍຕົນເອງຂອງບັນດາຊາດ, ນຳມາເຊິ່ງຄວາມຍຸຕິທຳ ແລະ ຄວາມສະເໝີພາບໃນສັນຄົມ, ປົດປ່ອຍມະນຸດອອກຈາກລັດທິດຟາດຊິດ ແລະ ກາຍເປັນເສົາຄ້ຳໃຫ້ຂະບວນການປົດປ່ອຍຊາດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ