ຫວຽດນາມເຂົ້າຮ່ວມງານຕະຫລາດນັດກຸສົນສາກົນ2015ຢູ່ລາວ

ຫວຽດນາມເຂົ້າຮ່ວມງານຕະຫລາດນັດກຸສົນສາກົນ2015ຢູ່ລາວ - ảnh 1
(ພະນັກ​ງານ​ສະຖານທູດ ຫວຽດນາມ ​​​ແຕ່ງ​ອາຫານ​
ພື້ນ​ເມືອງ​​ແນະນຳ​​ໃຫ້ເພື່ອນ​ມິດສາກົນ)

(vovworld) – ​​ ວັນ​ທີ 7/11, ຢູ່​ນະຄອນ​ຫລວງ ວຽງ​ຈັນ ຂອງ ລາວ, ດຳ​ເນີນ​ງານ​ຕະຫລາດນັດ​ກຸສົນ​ສາກົນ 2015 (WIG Bazaar 2015). ນີ້​ແມ່ນ​ງານ​ຕະຫລາດນັດ ​ໂດຍ​ບັນດາ​ນັກ​ການ​ທູດ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫລວງ ວຽງ​ຈັນ ຈັດ​ຕັ້ງ ​ເພື່​ອ​ແນ​ໃສ່​ກໍ່ສ້າງ​ກອງທຶນ​​ໃຫ້​ບັນດາ​ໂຄງການ​ກ່ຽວ​ກັບ​ສຸຂະພາບ ​ແລະ ການ​ສຶກສາ, ໜູນ​ຊ່ວຍ​​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢູ່ ລາວ. ງານ​ຕະຫລາດນັດ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາ​ສະຖານທູດ, ວິ​ສາ​ຫະກິດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ໃນ​ນະຄອນຫລວງ ວຽງ​ຈັນ, ​ໃນ​ນັ້ນມີ ສະຖານທູດ ຫວຽດນາມ ປະຈຳ ລາວ. ງານ​ຕະຫລາດນັດ​ໄດ້​ດຶງ​ດູດ​ຮ້ານ​ວາງສະ​ແດງ 180 ຮ້ານ ​ເພື່ອ​ວາງສະ​ແດງ ​ແລະ ຂາຍ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ມູນ​ເຊື້ອ ກໍ​ຄື​ແນະນຳ​ອາຫານການ​ກິນ​, ການທ່ອງທ່ຽວ, ວັດທະນະທ​ຳ…ຂອງບັນດາ​ປະ​ເທດ​ໃນ​ໂລກ. ທີ່​ງານ​ຕະຫລາດນັດ​ຄັ້ງ​ນີ້, ບັນດາ​ພະນັກ​ງານ​ສະຖານທູດ ຫວຽດນາມ ​ໄດ້​​ແຕ່ງ​ອາຫານ​ພື້ນ​ເມືອງ​ຫລາຍ​ເຍື່ອງ ​ເພື່​ອ​ແນະນຳ​​ໃຫ້ເພື່ອນ​ມິດສາກົນ.

ຂ່າວ/ບົດ​ອື່ນ