ຫວຽດນາມເຂົ້າຮ່ວມງານມະໂຫລານຮູບເງົາອາຊຽນ+ 3 ຢູ່ ປາຣາຮາ

(VOVWORLD) -ງານມະໂຫລານຮູບເງົາອາຊຽນ + 3 ພວມຈັດຂຶ້ນແຕ່ວັນທີ 1 ຫາວັນທີ 10 ກັນຍາ  ຢູ່ນະຄອນຫຼວງປາຣາຮາຂອງສາທາລະນະລັດເຊັກໂກ ເຊິ່ງມີການເຂົ້າຮ່ວມຂອງ 9 ປະເທດ ລວມມີ ອິນໂດເນເຊຍ ມາເລເຊຍ ມຽນມາ ຟິລິບປິນ ໄທ ຫວຽດນາມ ຈີນ ຍີ່ປຸ່ນ ສ ເກົາຫຼີ
ຫວຽດນາມເຂົ້າຮ່ວມງານມະໂຫລານຮູບເງົາອາຊຽນ+ 3 ຢູ່ ປາຣາຮາ - ảnh 1ງານມະໂຫລານຮູບເງົາອາຊຽນ+ 3 ຢູ່ ປາຣາຮາ

     ງານມະໂຫລານຮູບເງົາປີນີ້ ຫວຽດນາມຈະນຳຮູບເງົາສອງເລື່ອງ ນັ້ນແມ່ນຮູບເງົາສັ້ນ “ຫວຽດນາມດ້ວຍຄວາມງາມຢ່າງສຸດຊຶ້ງ” ຂອງກະຊວງວັດທະນະທຳກິລາແລະທ່ອງທ່ຽວເພື່ອແນະນຳເຖິງເພື່ອນມິດ ແລະ ແຂກສາກົນກ່ຽວກັບຮູບພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານ ຄວາມງົດງາມຂອງຫວຽດນາມ ແລະ ຮູບເງົາເລື່ອງ “ພໍ່ເຈ່ຍລູກ” ເຊິ່ງເວົ້າເຖິງເລື່ອງລາວຂອງສອງພໍ່ລູກໄດ້ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອສ້າງຄວາມໃຝ່ຝັນໃຫ້ແກ່ຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ