ຫວຽດນາມເຂົ້າຮ່ວມງານມະໂຫລານຮູບເງົາອາຊຽນຢູ່ Praha, ສ.ເຊັກໂກ

ຫວຽດນາມເຂົ້າຮ່ວມງານມະໂຫລານຮູບເງົາອາຊຽນຢູ່ Praha, ສ.ເຊັກໂກ - ảnh 1
ທີ່ກອງ​ປະຊຸມ​ຂ່າວ​​ສາກົນ
(ພາບ: vtv.vn)

(vovworld) – ຮູບ​ເງົາ “​ເມົາ​ມົວ” ຂອງ​ຜູ້​ກຳກັບ ຟີ​ຕຽນ​ເຊີນ ຈະ​ຕ່າງ​ໜ້າ​ໃຫ້​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ມະ​ໂຫລ​ານຮູບ​ເງົາ​ອາ​ຊຽນຄັ້ງ​ທີ 4, ​ເຊິ່ງ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Praha, ສ.​ເຊັກ​ໂກ ​ໃນ​ກາງ​ເດືອນ 09 ຈະ​ມາ​ເຖິງ. ວັນ​ທີ 26/08, ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ຂ່າວ​ສາກົນ ​​​ແນະນຳ​ງານ​ມະ​ໂຫລານ​ຮູບ​ເງົາ​ຄັ້ງ​ນີ້ ຢູ່​ນະຄອນຫຼວງ Praha,  ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສ.ຊັກ​ໂກ ​ເຈືອງ​ແມ້ງ​ເຊີນ ​ໃຫ້​ຮູ​້ວ່າ.

        “ປີ​ນີ້​ພວກ​ຂ້າພະ​ເຈົ້າ​ຄັດ​ເລືອກ​ຮູບ​ເງົາ “​ເມົາ​ມົວ” ​ເພື່ອສ່ອງ​​ແສງ​ກ່ຽວ​ກັບ​ລຸ້ນໜຸ່ມ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ ​ແລະ ​ການ​ເກ້​ຍກ່ອມຂອງ​ສັງ​ຄົມ​ທັນ​ສະ​ໄໝ. ຕໍ່​ໜ້າການເກ້​ຍກ່ອມໃນ​ຊີວິດ​ນັ້ນ, ​ເຂົ້າ​ເຈົ້າຈະ​ກຳນົດ​ທິດ​ຄື​ແນວ​ໃດ ​ແລະ ຈະ​ດຳລົງ​ຊີວິດສູ້​ຊົນ​ໃຫ້​ອະ​ນາ​ຄົດ​ຂອງ​ຕົນ​ຄື​ແນວ​ໃດ. ພວກ​ຂ້າພະ​ເຈົ້າ​ເລືອກ​ຫົວ​ຂໍ້​ໃໝ່​ດ້ວຍ​ຫວັງ​​ເຮັດ​ໃຫ້​ມະຫາຊົນ ​ຊັກ​ໂກ ມີ​ຕວາ​ມເຂົ້າ​ໃຈ​ຕື່ມກ່ຽວ​ກັບປະ​ເທດ​ຫວຽດນາມ ທີ່​ຮັກຫອມ​ສັນຕິພາບ, ​​ເຊື່ອມ​​ໂຍງ​ເຂ​ົ້າກັບ​​ສາກົນ ​ເພື່ອ​ສ້າງສາ​ປະ​ເທດ​ຊາດ ​ໃຫ​້ນັບ​ມື້​ນັບ​ຮັ່ງມີ, ​​ເຂັ້ມ​ແຂງ.”

        ນອກຈາກ​ຫວຽດນາມ, ມາ​ເລ​ເຊຍ, ຟິລິບ​ປີນ, ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ກໍ​ຈະ​ແນະນຳ​ຮູບ​​ເງົາ​ດີ​ເດັ່ນ​ຂອງ​ຕົນ​ຂອງ​ຕົນ​ຢູ່ງານ​ມະ​ໂຫລານ​ຮູບ​ເງົາ​ອາ​ຊຽນ ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ