ຫວຽດນາມເຂົ້າຮ່ວມວາລະເຈລະຈາຂັ້ນລັດຖະມົນຕີຢູ່ການເຈລະຈາDelhiຄັ້ງທີ8

ຫວຽດນາມເຂົ້າຮ່ວມວາລະເຈລະຈາຂັ້ນລັດຖະມົນຕີຢູ່ການເຈລະຈາDelhiຄັ້ງທີ8 - ảnh 1
ທ່ານ ​ເລ​ຮ່ວາຍ​ຈູງ ກ່າວຄຳເຫັນທີ່ວາລະເຈລະຈາ
(ພາບ: vietnam+)

(vovworld) - ວາລະ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ຢູ່​ການ​ເຈລະຈາ Delhi ຄັ້ງ​ທີ 8 ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 18/02 ຢູ່​ໃຈກາງ​ນະຄອນຫລວງ New Delhi ຂອງ ອິນ​ເດຍ. ທ່ານ ​ເລ​ຮ່ວາຍ​ຈູງ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ ນຳ​ໜ້າຄະນະ​ຜູ້ຕາງໜ້າ ຫວຽດນາມ ​ເຂົ້າ​ຮ່ວມ​ວາລະ​ເຈລະຈາ ​ແລະ ມີ​ບົດກ່າວ​ປາ​ໄສ​ສຳຄັນ​ທີ່​ເຫດການ​ດັ່ງ​ກ່າວ. ທ່ານ ​ເລ​ຮ່ວາຍ​ຈູງ ຍົກ​ອອກ 4 ຈຸດ​ສຳຄັນ ​ເຊິ່ງສະມາ​ຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ ອິ​ນເດຍ ສາມາດ​ຮ່ວມ​ມື ​ເພື່ອ​ເຊື່ອມ​ໂຍງ​ບັນດາລະບົບຄຸນຄ່າ​ພາກ​ພື້ນ ​ແລະ ບັນດາ​ເຄືອ​ຂ່າຍການ​ຜະລິດກ່ວາ​ອີກ. ທີ​ໜຶ່ງ, ອິນ​ເດຍ ​ແລະ ອາ​ຊຽນ ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ ​ເພື່ອ​ຍົກ​ອອກ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ດ້ານການ​ຄ້າ, ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ 2 ຝ່າຍ. ທີ​ສອງ, ອິນ​ເດຍ ​ແລະ ອາ​ຊຽນ ຄວນ​ກຳນົດ​ບັນດາ​ຂົງ​ເຂດ​ລະອຽດ​ທີ່ມີທ່າ​​ໄດ້ປຽບ. ທີ່​ສາມ, ດິນ​ເດຍ ​ແລະ ອາ​ຊຽນ ຄວນ​ເພີ່ມ​ທະວີການ​ຮ່ວມ​ສຳພັນດ້ານ​ເສດຖະກິດ ​ໂດຍ​ຜ່ານ​ການ​ສຸ​ມ​ໃສ່​ເຂົ້າ​ການ​ເຊື່ອມ​ຕໍ່​ພາກ​ພື້ນ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ ​ແລະ ບັນດາ​ມາດ​ຕະການ​ຊຸກ​ຍູ້ການ​ຄ້າ ກໍ່ຄື​ການພົບ​ປະ​ແລກປ່ຽນ​ປະຊາຊົນ. ທີ​ສີ່ ​ແມ່ນ​ຄວາມ​ສຳຄັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອິນ​ເດຍ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ອິນ​ເດຍ ​ແລະ ອາ​ຊຽນ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ກ່ວາ​ອີກ ​ເພື່ອ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ ​ແນ​ໃສ່​ນຳ​ມາ​​ເຊິ່ງ​ຜົນສຳ​ເລັດດ້ານ​ເສດຖະກິດ​​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ