ຫວຽດນາມເຂົ້າຮ່ວມເວທີ ປາໄສທະເລອາຊຽນ ແລະເວທີປາໄສທະເລ ອາຊຽນເປີດກ້ວາງ

ຫວຽດນາມເຂົ້າຮ່ວມເວທີ ປາໄສທະເລອາຊຽນ ແລະເວທີປາໄສທະເລ ອາຊຽນເປີດກ້ວາງ - ảnh 1

ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ເວທີ​ປາ​ໄສ

(ພາບ:baomoi.com)

(BNG)- ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ (AMF) ຄັ້ງທີ 3 ​ແລະ ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ ​ເປີດ​ກ້ວາງ (EAMF) ຄັ້ງທີ 1 ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ມາ​ນີລາ-​ປະ​ເທດ​ຟິລິບ​ປິນ ​ແຕ່​ວັນທີ 3-5/10/2012. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າ SOM ASEAN ຫວຽດນາມ Pham Quang Vinh ນ​ຳໜ້າ​ໄດ້​ເຂົ້າຮ່ວມ​ບັນດາ​ເວທີ​ປາ​ໄສ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ທີ່​ບັນດາ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ Pham Quang Vinh ​ໄດ້​ສະ​ເໜີ​ຫຼັກ​ໝັ້ນ​​ແຫ່ງ​ຊາດຂອງ​ຫວຽດນາມ ກ່ຽວ​ກັບ​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ພາກ​ພື້ນ​ໃນ​ຂົງ​ເຂດ​ທະ​ເລ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ເພື່ອຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ ​ແລະ ທັງ​ພາກ​ພື້ນ. ທ່າ​ງຍັງ​ເນັ້ນໜັກ​ເຖິງ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການ​ປະສານ​ງານ​ຮ່ວມ​ມື​ພາກ​ພື້ນ​ກ່ຽວ​ກັບ​ທະ​ເລ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຊີ້ນຳການ​ສ້າງ​ໂຄງການ​ດຳ​ເນີນ​ງານ ​ແລະ ກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ບຸລິມະສິດ​ໃນ​ພາກ​ພື້ນ​ນີ້. ພ້ອມ​ກັນນັ້ນທ່ານ​ຮອງ​ລັດຖະມົນຕີກໍ່​ໄດ້​ເນັ້ນໜັກ​ເຖິງ​ເລື່ອງ​ຕັ້ງໜ້າ​ປະສານ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ​ທະ​ເລ, ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ບັນດາ​ອຸບັດ​ຕິ​ເຫດ​ບົນ​ທະ​ເລ, ພິ​ເສດ​ແມ່ນ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ຊ່ວຍ​ເຫຼືອ​ຄົນ ​ແລະ ​ເຮືອ, ກຳ​ປັ່ນ​ໄປ​ຫາ​ປາປະ​ສົບ​ອຸບັດ​ຕິ​ເຫດ.

ຂ່າວ/ບົດ​ອື່ນ