ຫວຽດນາມ-ເຊັກໂກເພີ່ມທະວີການເຄື່ອນໄຫວຊອກຫາຕະຫຼາດແລະເປີດກ້ວາງການເຄື່ອນໄຫວລົງທຶນ

ຫວຽດນາມ-ເຊັກໂກເພີ່ມທະວີການເຄື່ອນໄຫວຊອກຫາຕະຫຼາດແລະເປີດກ້ວາງການເຄື່ອນໄຫວລົງທຶນ - ảnh 1
ວັນ​ ຫວຽດນາມ ຢູ່ ເຊັກໂກ
(ພາບ:Nguyễn Hồng Tâm/Vietnam+)


(vovworld) – ​ ​ວັນ​ທີ 15/6, ຢູ່ Praha, ສະຖານທູດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຫ້ອງການ​ການ​ຄ້າ ສ.​ເຊັກ​ໂກ ຈັດ​ຕັ້ງ​ກອງ​ປະຊຸມສຳ​ມະ​ນາ “ວັນ​ຫວຽດນາມ”. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ການຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ນັກ​ລົງທຶນ, ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກຂອງ ເຊັກ​ໂກ ຊອກ​ຮູ້​ຂໍ້​ມູນ​ຂ່າວສານ, ອັບ​ເດັດ​ການ​ພັດທະນາ​ຂອງ ຫວຽດນາມ; ສ້າງ​ຄວາມ​ສະດວກ​ໃຫ້ການ​ເຊື່ອມ​ຕໍ່ການ​ຮ່ວມ​ມື, ຊອກ​ຫາ​ຄູ່​ຮ່ວມ​ມື, ກາລະ​ໂອກາດ​ລົງທຶນ​ຢູ່ ຫວຽດນາມ.  ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Jaromir Dudak, ກົມ​ອາຊີ-​ອາບ​ຟະຣິກາ​ ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເຊັກ​ໂກ, ​ເນັ້ນ​ໜັກ​ວ່າ: ລັດຖະບານ ​ເຊັກ​ໂກ ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງ​ທຶນ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຊອກ​ຫາ​ຕະຫຼາດ ​ແລະ ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ຕ່າງປະ​ເທດ, ພ້ອມກັນ​ນັ້ນ, ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ດ້ານ​ເສດຖະກິດ-​ການ​ຄ້າ​ກັບ ຫວຽດນາມ ​ແລະ ກຳນົດ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 12 ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ບຸລິມະສິດ​ຂອງ ​ເຊັກ​ໂກ, ກໍ​ຄື​ສະໜັບສະໜູນ​ເລື່ອງ​ລົງ​ນາມ​ໃນສັນຍາ​ການ​ຄ້າ​ເສລີ ຫວຽດນາມ-​ພັນທະ​ມິດເອີ​ລົບ. ທີ່​ປຶກສາດ້ານ​ການ​ຄ້າ ຫວຽດນາມ ປະຈຳເຊັກ​ໂກ ຫງວຽນ​ທັງ​ລອງ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ນີ້​​ຮອດ​ທ້າຍ​ປີ 2015, ສະຖານທູດ​ຫວຽດນາມ ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ເຊັກ​​ໂກ ​ເພື່ອ​ຈັດ​ຕັ້ງ​​ກອງ​ປະຊຸມ​ສຳ​ມະ​ນາຕ່າງໆດ້ວຍ​ເນື້ອ​ໃນ​ແທດ​ຈິງ​ ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ​ເຊັກ​ໂກ ທີ່​ມີ​ຄວາມ​ປາດ​ຖະໜາ​ຢາກ​ຊອກ​ຮູ້​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ