ຫວຽດນາມເນັ້ນຫນັກເຖິງການແກ້ໄຂຄວາມເຄັ່ງຕຶງຢູ່ເຂດກາຊາໂດຍສັນຕິວິທີ

(VOVWORLD) -ວັນທີ 18 ພຶດສະພາ ສະພາຄວາມໝັ້ນຄົງ ສປຊ ໄດ້ ດຳເນີນວາລະປະຊຸມພິເສດກ່ຽວກັບສະພາບການສິດທິມະນຸດຢູ່ບັນດາເຂດດິນແດນປາແລັດສະຕີນ ຖືກຢຶດຄອງ ໃນນັ້ນ ມີ Jelusalem ຕາເວັນອອກ. 

ຫວຽດນາມເນັ້ນຫນັກເຖິງການແກ້ໄຂຄວາມເຄັ່ງຕຶງຢູ່ເຂດກາຊາໂດຍສັນຕິວິທີ - ảnh 1 ທ່ານ ເຢືອງຈີຢູງ ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຢູ່ ສປຊ

ພາບ:vietnam+

ກ່າວຄຳເຫັນທີ່ວາລະປະຊຸມ, ຂ້າຫລວງໃຫຍ່ ສິດທິມະນຸດຂອງ ສປຊ ພ້ອມກັບບັນດາຜູ້ແທນ ໄດ້ຮຽກຮ້ອງຊອກຫາມາດຕະການຍາວນານໃຫ້ແກ່ການປະທະກັນ ບົນພື້ນຖານ ສອງລັດ ປາແລັດສະຕີນ ແລະ ອິດສະຣາແອນ ພ້ອມກັນຄົງຕົວໃນສັນຕິພາບ ແລະ ຄວາມໝັ້ນຄົງ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ເຢືອງຈີຢູງ ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຢູ່ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນ ຢູ່ ເຊີແນວ ໄດ້ເນັ້ນຫນັກວ່າ: ຫວຽດນາມມີຄວາມເອົາໃຈໃສ່ຕິດຕາມ ແລະ ສະແດງຄວາມວິຕົກກັງວົນຕໍ່ສະພາບໃຊ້ຄວາມຮຸນແຮງປີນຂັ້ນໄດຢູ່ເຂດ ກາຊາ ໃນຊຸມມື້ຜ່ານມາ ເຮັດໃຫ້ຊາວ ປາແລັດສະຕີນຫລາຍຄົນຖືລົ້ມຫາຍຕາຍຈາກ. ຫວຽດນາມຮຽກຮ້ອງຈົ່ງອົດກັ້ນ ແລະ ຄັດຄ້ານການນຳໃຊ້ອາວຸດ, ຢຸດຕິຄວາມເຄັ່ງຕຶງປີນຂັ້ນໄດ, ແກ້ໄຂສະພາບການໂດຍສັນຕິວິທີ. ທ່ານເອກອັກຄະລັດຖະທູດ ເນັ້ນຫນັກວ່າ: ທຸກມາດຕະການກ່ຽວຂ້ອງເຖິງ Jelusalem ຄວນປະຕິບັດຕາມກົດໝາຍສາກົນ ພິເສດແມ່ນບັນດາມະຕິຂອງ ສປຊ.  ຫວຽດນາມ ສະຫນັບສະຫນູນການຕໍ່ສູ້ເປັນທຳຂອງປະຊາຊົນ ປາແລັດສະຕີນ, ສະຫນັບສະຫນູນມາດຕະການສອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ