ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ທຳ​ອິດສະ​ເພາະ​ 10ປະ​ເທດ​ກຳ​ມະ​ການບໍ່​ປະ​ຈຳ​ການ​ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກັ​ບ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

(VOVWORLD) -ດ້ວຍບົດບາດເປັນຜູ້ປະສານງານຂອງກຸ່ມ 10 ປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ (E10) ໃນເດືອນພຶດສະພາ 2020. ວັນທີ 21 ພຶດສະພາທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ໄດ້ເປັນປະທານການແລກປ່ຽນບໍ່ເປັນທາງການທາງອອນລາຍຄັ້ງທຳອິດລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດ E10 ກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.
ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ທຳ​ອິດສະ​ເພາະ​ 10ປະ​ເທດ​ກຳ​ມະ​ການບໍ່​ປະ​ຈຳ​ການ​ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກັ​ບ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ - ảnh 1 ກອງປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ພາບ: TTXVN)

ເມື່ອແບ່ງປັນຄຳເຫັນຂອງ ບັນດາປະເທດ E10, ທ່ານ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ໃນຊຸມເດືອນຜ່ານມາ ໃນການຮັບມືກັບໂລກລະບາດ, ທ່ານກໍ່ຖືວ່າ ບັນດາຄວາມມານະພະຍາຍາມດັ່ງກ່າວທັງມີຄວາມໝາຍແທດຈິງເພື່ອແນໃສ່ສະກັດກັ້ນການແຜ່ລາມໃນວົງກ້ວາງຂອງໂລກລະບາດ, ກູ້ຊ່ວຍບັນດາຜູ້ປະສົບເຄາະຮ້າຍ, ທັງຢັ້ງຢືນພາບພົດ, ບົດບາດຕັ້ງໜ້າຂອງ ສປຊດ້ວຍຖານະແມ່ນອົງການສາກົນໃຫຍ່ທີ່ສຸດຂອງໂລກ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາລວມຂອງປະຊາຄົມ. ທ່ານ ດັ້ງດິ່ງກຸ໊ຍ ຢັ້ງຢືນວ່າ ຫວຽດນາມຈະພ້ອມກັບບັນດາປະເທດ E10, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊອື່ນ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ທ່ານເລຂາທິການໃຫຍ່ເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຮັບມືກັບໂລກລະບາດ, ຊຸກຍູ້ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ