ຫວຽດນາມເປັນປະທານຮ່ວມຈັດຕັ້ງການໂອ້ລົມສົນທະນາສາກົນຢູ່ເຊີແນວກ່ຽວກັບ ຕ້ານໄພການຄ້າມະນຸດ

ຫວຽດນາມເປັນປະທານຮ່ວມຈັດຕັ້ງການໂອ້ລົມສົນທະນາສາກົນຢູ່ເຊີແນວກ່ຽວກັບ ຕ້ານໄພການຄ້າມະນຸດ - ảnh 1
ຄະນະ​ປະຕິບັດ​ງານ ຫວຽດນາມ
ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ​ຢູ່ ​ເຊີ​ແນວ
(ພາບ: TTXVN)

(vovworld) - ວັນ​ທີ 27/09 ຢູ່ນອກ​ກອງ​ປະຊຸມ​ສະພາ​ສິດທິ​ມະນຸດ​ຊຸດທີ 33 ຢູ່ ​ເຊີ​ແນວ (ສະ​ວິດ), ຫວຽດນາມ ສົມທົບ​ກັບ 7 ປະ​ເທດ​ລວມມີ: ຟີ​ລີບ​ປິນ, ອິນ​ໂດ​ເນ​ເຊຍ, ຈີນ, ອາ​ເມ​ລິ​ກາ, ​ໂກດ​ສຕາຣິກາ, ອົດ​ສະ​ຕາ​ລີ, ​ເຢຍລະ​ມັນ ​ແລະ ອົງການ​ອົບ​ພະຍົບສາກົນ ພ້ອມ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ສາກົນ​ກ່ຽວ​ກັບ “ການສຶກສາ​ໃຫ້​ແມ່ຍິງ ​ແລະ ​ເດັກ​ຍິງ ​ເພື່ອ​ແນ​ໃສ່​ປ້ອງ​ກັນ​ຕ້ານ​ໄພ​ການ​ຄ້າ​ມະນຸດ”. ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະນາມີ​ຜູ້​ແທນ 80 ຄົນ​ທີ່​ມາ​ຈາກ 29 ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ. ກ່າວ​ຄຳ​ເຫັນ​ທີ່ພິທີໄຂການ​ໂອ້​ລົມ​ສົນທະນາ, ທ່ານ ຫງວຽນ​ຈູງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ​ຢູ່ ​ເຊີ​ແນວ ຢືນຢັນ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດຈິງ ​ເພື່ອ​ແນ​ໃສ່ຕອບ​ສະໜອງການ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ສຶກສາ​ສິດທິ​ມະນຸດ, ພ້ອມ​ທັງ​​ແມ່ນໂອກາດ​ທີ່​ດີ ​ເພື່ອ​ໃຫ້​ປະ​ເທດຕ່າງໆ​ພ້ອມ​ກັນ​ແລກປ່ຽນ, ​ແບ່ງປັນ​ກ່ຽວ​ກັບພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນທີ່​ດີ ​ໃນ​ເລື່ອງ​ຊອກ​ຫາບັນດາ​ມາດ​ຕະການ​ຢ່າງ​ໝັ້ນຄົງ ​ເພື່ອ​ແນ​ໃສ່​ຕ້ານ​​ໄພ​ການ​ຄ້າ​ມະນຸດ. ດ້ວຍ​ບົດບາດ​ເປັນ​ນັກບັນ​ລະ​ຍາຍ​ຕົ້ນຕໍ​ຢູ່​ການ​ໂອ້​ລົ​ມສົນທະນາ, ທ່ານ ​ເຢືອງຈີ໋ຢຸງ ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແບ່ງປັນ​ກັບ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ບັນດາ​ຄວາ​ມານະ​ພະ​ຍາ​ຍາມ​ຂອງ ຫວຽດນາມ ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ການ​ຄ້າ​ມະນຸດ ຄື​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາ​ສາກົນ, ບັນດາ​ຂໍ້​ລິ​ເລີ່​ມ​ໃນ​ພາກ​ພື້ນ, ​ໄອະນຸ​ພາກ​ພື້ນ ​ແລະ 2 ຝ່າຍ; ປະກາດ​ໃຊ້​ບັນດາ​ກົດໝາຍ ​ແລະ ​ລາຍການ ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ຄ້າ​ມະນຸດ.

 

 

 

ຂ່າວ/ບົດ​ອື່ນ