ຫວຽດນາມເປັນເຈົ້າພາບຈັດການແຂ່ງຂັນປະດິດສ້າງ robot ອາຊີ - ປາຊີຟິກ ປີ 2018

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ມີຄຳເຫັນກ່ຽວກັບເລື່ອງເປັນເຈົ້າພາບຈັດການແຂ່ງຂັນປະດິດສ້າງ robot ອາຊີ - ປາຊີຟິກ ປີ 2018 (ABU Robocon 2018).

ຫວຽດນາມເປັນເຈົ້າພາບຈັດການແຂ່ງຂັນປະດິດສ້າງ robot ອາຊີ - ປາຊີຟິກ ປີ 2018 - ảnh 1 ຫວຽດນາມເປັນເຈົ້າພາບຈັດການແຂ່ງຂັນປະດິດສ້າງ robot ອາຊີ - ປາຊີຟິກ ປີ 2018

(ພາບ: VTV)

ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ໂທລະພາບຫວຽດນາມ ເປັນເຈົ້າພາບສົມທົບກັບຄະນະກຳມະການປະຊາຊົນແຂວງ ນິງບິ່ງ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການແຂ່ງຂັນ ABU Robocon 2018 ໃຫ້ຖືກຕາມບັນດາຂໍ້ກຳນົດ, ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ. ABU Robocon 2018 ຈະດຳເນີນໃນວັນທີ 26 ສິງຫາ ຢູ່ແຂວງນິງບິ່ງ. ນີ້ກໍ່ແມ່ນປີທີ 3 ທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນ ABU Robocon 2018.

      ຕາມຄະນະຈັດຕັ້ງແລ້ວ, ແນວຄວາມຄິດກ່ຽວກັບຫົວຂໍ້ການແຂ່ງຂັນ ABU Robocon 2018 ໄດ້ຮັບການສ້າງຕັ້ງຕາມການລະຫຼິ້ນພື້ນເມືອງຂອງຫວຽດນາມທີ່ມີຊື່ວ່າ “ໂຍນໝາກຄອນ”.

ຕອບກັບ

ຂ່າວ/ບົດ​ອື່ນ