ຫວຽດນາມເພີ່ມທະວີການຮ່ວມມືອາຊີ-ອາບຟຣີກາ

ຫວຽດນາມເພີ່ມທະວີການຮ່ວມມືອາຊີ-ອາບຟຣີກາ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Tanzania John Magufuli, ທ່ານ​ປະທານາທິບໍດີ Mozambique Filipe Jacinto Nyusi ​ແລະ ທ່ານ​ປະທານາທິບໍດີ ອີຣານ Hassan Rouhani, ວັນ​ທີ 8/3, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ 3 ປະ​ເທດ​ດັ່ງກ່າວ​​ໃນ​ລະຫວ່າງ​ວັນ​ທີ 9 – 15/3/2016. ການ​ຢ້ຽມຢາມ​ເພື່ອ​ແນ​​ໃສ່​ເຮັດ​ໃຫ້ການ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ ​ແລ​ະ ອາບຟຣີກາ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

        ດ້ວຍ​ທີ່​ຕັ້ງ​ບົດບາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ Tanzania, Mozambique ​ແລະ ອີຣານ ຢູ່​ພາກ​ພື້ນ ອາບຟຣີກາ ​ແລະ ຕາ​ເວັນ​ອອກ​ກາງ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຈະ​ພ້ອມ​ກັບ​ການ​ນຳ​ 3 ປະ​ເທດ​ດັ່ງກ່າວ​ແລກປ່ຽນ​ບັນດາ​ມາດ​ຕະການ​ແທດ​ຈິງ ​ແລະ ລະອຽດ​ເພື່ອ​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທ່ີ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ, ຊຸກຍູ້​ກາ​ນຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ກະ​ສິກຳ, ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ໂທລະ​ຄົມມະນາຄົມ… ພ້ອມ​ທັງ​​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທ່ີ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ  ​ເຖິງ 3 ປະ​ເທດນີ້​ໄດ້​ເປ​ີດ​ໜ້າ​ໃໝ່​​ໃນການ​ພົວພັນ​ຮ່ວມ​ມື​ມິດຕະພາບ, ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ​ ກັບ Tanzania, Mozambique ​ແລະ ອີຣານ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິ​ພາບ, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

    

                                                      


ຂ່າວ/ບົດ​ອື່ນ