ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຄວບ 2 ຕ​ຳ​ແໜ່ງ​ປະ​ຈຳ ມາ​ເລ​ເຊຍ ໃນ​ປີ​ ​ປະ​ທານ​ອາ​ຊຽນ

(VOVWORLD) - ຕອນຄ່ຳວັນທີ 20 ທັນວາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ທ່ານ ເລກຸ໊ຍກ່ິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດຕັ້ງງານລ້ຽງຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດປະຈຳ ມາເລເຊຍ ທັງປະຈຳ ຫວຽດນາມ ເນື່ອງໃນໂອກາດ ປີໃໝ່ສາກົນ 2020. 
ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຄວບ 2 ຕ​ຳ​ແໜ່ງ​ປະ​ຈຳ ມາ​ເລ​ເຊຍ ໃນ​ປີ​ ​ປະ​ທານ​ອາ​ຊຽນ - ảnh 1ທ່ານ ເລກຸ໊ຍກ່ິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ (ພາບ: TTXVN) 

ທ່ານ ເອກອັກຄະລັດຖະທູດ ເລກຸຍກ່ິງ ຢັ້ງຢືນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມຍາມໃດກໍ່ພ້ອມແລ້ວທີ່ຈະຕ້ອນຮັບເອກອັກຄະລັດຖະທູດທີ່ຄວບ 2 ຕຳແໜ່ງຂອງບັນດາປະເທດ ໄປຍັງ ຫວຽດນາມຢ່າງເປັນປະຈຳເພື່ອ ຊອກຮູ້ຢ່າງເລິກເຊີ່ງກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ກໍ່ຄືບັນດາໂອກາດຮ່ວມມື, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງ ຫວຽດນາມ ກັບລັດຖະບານ ແລະ ວິສາຫະກິດ ບັນດາປະເທດໃນບັນດາຂົງເຂດທັງໝົດ, ນັບແຕ່ການເມືອງ - ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະຍະທຳ, ການສຶກສາ, ວິທະນາສາດ - ເຕັກໂນໂລຢີ… ໃນປີ 2020, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ, ມີກອງປະຊຸມສຳຄັນຫຼາຍທີ່ສຸດຈະໄດ້ຈັດຕັ້ງຢູ່ ຫວຽດນາມ. ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍຈັດຕັ້ງບັນດາລາຍການເພື່ອໃຫ້ບັນດາທ່ານເອກອັກຄະລັດຖະທູດກໍ່ຄືບັນດາຄະນະປະຕິບັດງານຂອງ ລັດຖະບານ ແລະ ວິສາຫະກິດ ບັນດາປະເທດມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງສະດວກ ແລະ ມີປະສິດທິຜົນສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ