ຫວຽດນາມແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ລອດເຂົ້າຮອບ 4 ທິມ ASIAN Cup 2019

(VOVWORLD) -ທິມບານເຕະຫວຽດນາມ ແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ລອດເຂົ້າຮອບ 4 ທິມໃນການແຂ່ງຂັນຊິງແຊ້ມບານເຕະອາຊີ 2019 (ASIAN Cup 2019) ພາຍຫຼັງເຕະຊະນະຕໍ່ທິມບານເຕະ ຈໍແດນ ໃນການແຂ່ງຂັນຕອນຄ່ຳວັນທີ 20 ມັງກອນຜ່ານມາ.
ຫວຽດນາມແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ລອດເຂົ້າຮອບ 4 ທິມ ASIAN Cup 2019 - ảnh 1(ຫວຽດນາມແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ລອດເຂົ້າຮອບ 4 ທິມ ASIAN Cup 2019)

ພາຍຫຼັງທິມບານເຕະຫວຽດນາມ ຍາດໄດ້ໄຊນະນະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດານັກກິລາ ທີ່ໄດ້ອຸທິດສ່ວນໃຫ້ຜູ້ຊົມ ແລະ ແຟນບານສຳລັບການແຂ່ງຂັນທີ່ໜ້າປະທັບໃຈ, ຍາດໄດ້ສິດໄປຕໍ່ໃນການແຂ່ງຂັນຮອບ 4 ທິມ.

        ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນງອັກທ້ຽນ ໄດ້ສົ່ງຈົດໝາຍໄປອວຍພອນທິມບານເຕະຫວຽດນາມ. ໃນຈົດໝາຍ, ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ໄດ້ຍ້ອງຍໍຈິດໃຈສາມັກຄີ, ຄຸນນະທາດ, ແຂ່ງຂັນຢ່າງອົງອາດກ້າຫານຂອງທິມບານເຕະ ແລະ ຄະນະຝຶກຊ້ອມ.

        ຍາດໄດ້ສິດເຂົ້າໃນການແຂ່ງຂັນຮອບ 4 ທິມ, ທິບບານເຕະຫວຽດນາມ ຈະຢູ່ Dubai ແລະ ແຂ່ງຂັນທິມທີ່ຊະນະໃນນັດການແຂ່ງຂັນຍີ່ປຸ່ນ - ຊະອຸດີ ອາຣາເບຍ ໃນວັນທີ 24 ມັງກອນ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ