ຫວຽດນາມແມ່ນສະຖານທີ່ທ່ອງທ່ຽວແລະລົງທຶນນັບມື້ນັບດຶງດູດຊາວອາເມລິກາ

ຫວຽດນາມແມ່ນສະຖານທີ່ທ່ອງທ່ຽວແລະລົງທຶນນັບມື້ນັບດຶງດູດຊາວອາເມລິກາ - ảnh 1
ທ່ານ David Shear, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມພ້ອມກັບບັນດາຜູ້ແທນເຂົ້າຮ່ວມພິທີ
ພາບ:baotintuc.vn



(vovworld)- ​ ຕອນ​ຄຳ່​ວັນ​ທີ 2/7, ສະຖານກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈິ​ມີນ ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 238 ປີແຫ່ງ​ວັນຊາດ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ David Shear, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈກ່ຽວ​ກັບ​ແງ່​ຫວັງ​ອະນາຄົດ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ David Shear ຖື​ວ່າ: ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ,​ການ​ລົງທຶນ, ວິທະຍາສາດ ​ແລະ ສິ່ງ​ແວດ​ລ້ອມ…

ສົ່ງ​ຄຳ​ອວຍພອນ​ເຖິງພິທີ​ສ​ະ​ເຫລີ​ມສະຫລອງ​ດັ່ງກ່າວ, ທ່ານ ​ເລ​ແມ້ງ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ພັດທະນາ​ຢ່າງ​ດີງາມ. ​ໃນ​ສະພາບ​ການ​ນັ້ນ, ​ເລື່ອງ​ສຳ​ເລັດ​ການ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (TPP) ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ຫວຽດນາມ​ປາດ​ຖະຫນາວ່າ TPP ຈະ​ແມ່ນ​ສັນຍາ​ຮອບດ້ານ, ມີ​ຄວາມດຸ່ນດ່ຽງ, ​ເຕື້ອງ​ເຖິງ​ຄວາມ​ເປັນຫລາຍ​ຮູບ​ຫລາຍ​ແບບ​ກ່ຽວ​ກັບ​ລະດັບ​ການ​ພັດທະນາ​ຂອງ​ບັນດາ​ສະມາຊິກ​.

ຂ່າວ/ບົດ​ອື່ນ