ຫວຽດນາມແມ່ນສະມາຊິກຕັ້ງໜ້າໃນປະຊາຄົມບັນດາປະເທດໃຊ້ພາສາຝລັ່ງ

ຫວຽດນາມແມ່ນສະມາຊິກຕັ້ງໜ້າໃນປະຊາຄົມບັນດາປະເທດໃຊ້ພາສາຝລັ່ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ ຫງວຽນທິຢວານ​ ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ລັດຖະສະພາ​​​ ບັນດາ​ປະ​ເທດ​ໃຊ້​ພາສາ ຝລັ່ງ
(ພາບ:An Đăng/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 28/4, ທີ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ ຫງວຽນທິຢວານ​ ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ລັດຖະສະພາ​​​ ບັນດາ​ປະ​ເທດ​ໃຊ້​ພາສາ ຝລັ່ງ ​ທີ່ເຂົ້າຮ່ວມ​ກອງ​ປະ​ຊຸມກຳ​ມາ​ທິການບັນດາ​ບັນຫາ​ລັດ​ຖະສະພາ​ລະຫວ່າງ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ(APF) ​​ໂດຍທ່ານ Robert Aubin,​ ສະມາຊິກ​ລັດຖະສະພາ​ ກາ​ນາ​ດາ, ປະທານ​ກຳມາ​ທິການ​ບັນດາ​ຫາລັດ​ຖະສະພາ​ APF ​ເປັນ​ຫົວໜ້າຄະ​ນະ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ​ ຕີ​ລາຄາ​ສູງ​ບົດບາດ​ຂອງ​ອົງການ​ພາສາ​ ຝລັ່ງ ສາກົນ(OIF) ​ໃນ​ການໜຸນຊ່ວຍ​ບັນດາ​ປະ​ເທດ​ໃຂ້ພາສາ ຝລັ່ງ ປັບປຸງ​ລັດ​ແຫ່ງ​ອຳ​ນາດ​ນິຕິບັນຍັດ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ແກ້​ໄຂ​ວິ​ກິດ​ການ ​ແລະ ການ​ປະ​ທະ​ກັນ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ​ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ​ ຝລັ່ງ ​ດ້ວຍ​ນະ​ໂຍບາຍ​ພົວພັນ​ກັບ​ຕ່າງປະ​ເທດຂອງ​ຕົນ; ສະ​ແດງ​ຄວາມ​ໄວ້​​ເນື້ອ​ເຊື່ອໃຈ​ວ່າ APF ຈະ​ສືບ​ຕໍ່​ບົດບາດເປັນ​ອົງການ​ທາ​ບທາ​ບຄວາມ​ເຫັນ​ຂອງ​ອົງການ​ພາສາ​ ຝລັ່ງ ສາກົນ, ຍົກ​ອອກ​ບັນດາຂໍ້​ສະ​ເໜີ​​ທີ່​ແທດ​ຈິງ​ຍ້ອນ​ຄວາມ​ຄິດ​ຄວາມເຫັນ​ຂອງ​ບັນດາ​ສະມາຊິກລັດຖະສາ​ພາ​​ກໍ່​ແມ່ນ​ຄວາມ​ປ​າດຖະໜາຂ​ອງປະຊາຊົນ​ບັນດາ​ປະ​ເທດ​​ໃຊ້​ພາສາ ຝລັ່ງ ອີກ​ດ້ວຍ.

  ສ່ວນ​ທ່ານ Robert Aubin ກໍ່​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ກອງ​ປະ​ຊຸມຄັ້ງນີ້ກໍ່​ຄື​ບັນດາ​ການ​ປະກອບ​ສ່ວນ​ໃຫ້​ແກ່​ການ​ພັດທະນາ​ລວມຂອງປະຊາ​ຄົມບັນດາ​ປະ​ເທດ​​ໃຊ້​ພາສາ ຝລັ່ງ ​ໃນ​ໄລຍະ​ຜ່ນມາ; ​ເຫັນ​ດີ​ເປັນ​ເອກະສັນ​ກັບທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ​ ກ່ຽວກັບ​ເລື່ອງ​ຄວນ​ຊຸກຍູ້​ການ​ພັດທະນາ​ພາສາ ຝລັ່ງ ກວ່າ​ອີກ, ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຊ່ວຍ​ໃຫ້​ພາສາ ຝລັ່ງ ນັບ​ມື້ນັບ​ໄດ້​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ກວ່າ​ອີກໃນ​ໂລກ​.


ຂ່າວ/ບົດ​ອື່ນ