ຫວຽດນາມແມ່ນເສົາ​ຄ້ຳ​ຫຼັກໃນ​ນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ.

(VOVWORLD) -ໃນໄລຍະທີ່ຈະມາເຖິງ ດ້ວຍເນື້ອໃນຈິດໃຈຂອງ “ ນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກ”  ອິນເດຍຫວັງວ່າຈະເພີ່ມທະວີການເຊື່ອມຕໍ່ໂດຍກົງ ແລະ ທາງອອນລາຍ ກັບ ຫວຽດນາມ.
ຫວຽດນາມແມ່ນເສົາ​ຄ້ຳ​ຫຼັກໃນ​ນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ. - ảnh 1ທ່ານປະທານສະພາຕ່ຳອິນເດຍ Om Birla ຕອບສຳພາດຕໍ່ນັກຂ່າວ (ພາບ: TTXVN)

ຫວຽດນາມ ແມ່ນເສົາຄ້ຳຫຼັກໃນນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ. ທ່ານປະທານສະພາຕ່ຳອິນເດຍ Om Birla ໄດ້ຢືນຢັນຄືແນວນັ້ນ ເມື່ອຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ-ອິນເດຍ ເນື່ອງໃນໂອກາດການຢ້ຽມຢາມອິນເດຍຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແຕ່ວັນທີ 15-19 ທັນວາ ຕາມຄຳເຊື້ອເຊີນ ຂອງ ປະທານສະພາຕ່ຳ ແລະ ສະພາສູງອິນເດຍ ທ່ານ Om Birla ແລະ ທ່ານ Venkaiah Naidu.

ທ່ານປະທານສະພາຕ່ຳອິນເດຍ Om Birla ໃຫ້ຮູ້ວ່າສາຍພົວພັນ ອິນເດຍ-ຫວຽດນາມ ໄດ້ກໍ່ສ້າງຂື້ນຢ່າງໜັ້ນແກ່ນ, ມີຄວາມເຊື່ອໝັ້ນ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ. ການຢ້ຽມຢາມອິນເດຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະເປັນການສ້າງກຳລັງໜູນຕື່ມອີກໃຫ້ມູນເຊື້ອຮັກສາການຮ່ວມມີລັດຖະສະພາຢ່າງແໜ້ນແຟ້ນລະຫວ່າງສອງປະເທດ.

ຕາມທ່ານປະທານສະພາຕໍ່າອິນເດຍແລ້ວ ຫວຽດນາມສວມບົດບາດສຳຄັນທີ່ສຸດໃນການເພີ່ມທະວີການຮ່ວມມືຂອງອິນເດຍກັບບັນດາປະເທດອາຊຽນ. ໃນໄລຍະທີ່ຈະມາເຖິງ ດ້ວຍເນື້ອໃນຈິດໃຈຂອງ “ ນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກ”  ອິນເດຍຫວັງວ່າຈະເພີ່ມທະວີການເຊື່ອມຕໍ່ໂດຍກົງ ແລະ ທາງອອນລາຍ ກັບ ຫວຽດນາມ. ທັງສອງປະເທດຄວນສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມື, ໃນຂອບເຂດຝ່າຍກໍ່ຄືໃນຂອບເຂດອາຊຽນ ແລະ ບັນດາກົນໄກຫຼາຍຝ່າຍອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ