ຫວຽດນາມແມ່ນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ

ຫວຽດນາມແມ່ນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ - ảnh 1
(ພາບ​ປະ​ກອບ)

(vovworld) –​ ຕາມ​ການ​ສຳ​ຫຼວດ​​ຂອງ Bloomberg, ພື້ນ​ຖານ​ເສດ​ຖະ​ກິດ​​ຂອງຫວຽດ​ນາມ ​ໄດ້​ຮັບ​ການຄາດ​ຄະ​ເນ​ວ່າ ຈະ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ 6,7% ໃນ​ປີ 2016, ເທົ່າ​ກັບ​​ປີ 2015. ໃນ​ຂະ​ນະ​ທີ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​​ທີ່ຫາ​ກໍ​ພົ້ນ​ເດັ່ນ​ຄື: ລັດ​ເຊຍ, ບ​ຣາ​ຊິນ ແລະ ຈີນ ​ມີ​ສັນ​ຍາ​ນຢຸ​ດ​ຕິ​ໄວ້​ນັ້ນ, ​ການຄາ​ດ​ຄະ​ເນ​ວ່າ ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ຈະ​ບັນ​ລຸ 7% ໃນ​ປີ 2016 ນັ້ນ ຈະ​ຊ່ວຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນີ້ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຕະ​ຫຼ​າດ​ພັດ​ທະ​ນາ​ໄວ​ທີ່​ສຸດ​ໃນ​ໂລກ. ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ພວມ​ເພີ່ມ​ຂຶ້ນ​ສ​ູງ, ພ້ອມ​ກັບ​ການ​ພັດ​ທະ​ນາ​ຈາກ​ບັນ​ດາ​ໂຄງ​ການ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈ​າກ​ຕ່າງ​ປະ​ເທດ ພວມ​ຊ່ວຍ​ໃຫ້​ຫວຽດ​ນາມ ຮັບ​ມື​ກັບ​​ຜົ​ນ​​ກະ​ທົບ​ຈາກ​ບັນ​ດາ​ໄພ​ນາບ​ຂູ່​ທົ່ວ​ໂລກ​. ​ຂໍ້​ມ​ູນຂ່າວ​ດັ່ງ​ກ່າ​ວ ຖືກ​ຍົ​ກ​ອອກ​ມາ​ໃນ​ສະ​ພາບ​ທີ່​ຫວຽດ​ນາມ ເລີ່ມ​ມີ​ການປ່​ຽນ​ແປງການ​ນຳ​ໃນ​ອາ​ທິດນີ້. ຮ່າງ​ແຜນ​ການເສດ​ຖະ​ກິດ​ສັງ​ຄົມ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄລ​ຍ​ະ 2016 – 2020 ຊີ້​ໃຫ້​ເຫັນ​ວ່າ, ຫວຽດ​ນາມ ຈະ​ວາງຄາດ​ໝາຍ​ເຕີບ​ໂຕ​ສະ​ເລ່ຍ​ແຕ່​ລະ​ປ​ີ​ແມ່ນ 7%.

ຂ່າວ/ບົດ​ອື່ນ