ຫວຽດນາມແລະກຳປູເຈຍເພີ່ມທະວີການຊອກຫາ,ທ້ອນໂຮມແລະສົ່ງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມກັບເມືອປະເທດ

(VOVWORLD) -ວັນທີ 28 ມິຖຸນາ, ຢູ່ແຂວງ Kandal, ແຫ່ງລາຊະອານາຈັກກຳປູເຈຍ, ກອງທັບແຫ່ງຊາດກຳປູເຈຍ, ອຳນາດການປົກຄອງແຂວງ Kandal ແລະ ທະຫານເຂດ 9 - ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີລົງນາມ, ມອບ - ຮັບອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ ກັບເມືອປະເທດຄັ້ງທີ 17, ລະດູແລ້ງ 2017 – 2018.

ຫວຽດນາມແລະກຳປູເຈຍເພີ່ມທະວີການຊອກຫາ,ທ້ອນໂຮມແລະສົ່ງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມກັບເມືອປະເທດ - ảnh 1 ຫວຽດນາມແລະກຳປູເຈຍເພີ່ມທະວີການຊອກຫາ,ທ້ອນໂຮມແລະສົ່ງອັດຖິທະຫານອາສາສະໝັກແລະ

ນັກຊ່ຽວຊານຫວຽດນາມກັບເມືອປະເທດ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ Ney Charay, ຮອງເຈົ້າແຂວງໆ Kandal ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອກູ້ຊ່ວຍປະຊາຊົນ ແລະ ປະເທດກຳປູເຈຍ ຫຼຸດພົ້ນອອກຈາກວິນາດຕະກຳດັບສູນເຊື້ອຊາດ, ຟື້ນຟູ ແລະ ພັດທະນາຄືໃນທຸກວັນນີ້. ອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປະກອບອາວຸດແຂວງ Kandal ເວົ້າສະເພາະ ແລະ ກຳປູເຈຍ ເວົ້າລວມ ຈະສືບຕໍ່ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນໃນວຽກງານສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ.

      ສ່ວນພົນຈັດຕະວາ ຫງວຽນວັນເຫງ້ຍ ໄດ້ຕີລາຄາສູງຈິດໃຈຮັບຜິດຊອບ, ການຊ່ວຍເຫຼືອອັນສຸດຈິດສຸດໃຈຂອງອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ Kandal ເວົ້າສະເພາະ ແລະ ກຳປູເຈຍ ເວົ້າລວມ ໄດ້ຕັ້ງໜ້າໜູນຊ່ວຍບັນດາກອງຮັບຜິດຊອບສະເພາະຂອງກອງທັບເຂດ 9 ແລະ ປະຊາຊົນຫວຽດນາມ ໃນການຊອກຫາ, ທ້ອນໂຮມອັດຖິທະຫານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ