ຫວຽດນາມແລະປາແລັດສະຕິນສະໜັບສະໜູນແກ້ໄຂການປະທະກັນດ້ວຍສັນຕິວິທີແລະຕາມກົດໝາຍສາກົນ

ຫວຽດນາມແລະປາແລັດສະຕິນສະໜັບສະໜູນແກ້ໄຂການປະທະກັນດ້ວຍສັນຕິວິທີແລະຕາມກົດໝາຍສາກົນ - ảnh 1
ທ່ານປະທານາທິບໍດີລັດ ປາ​ແລັດສະຕິ​ນ​  Mahmoud Abbas
(ພາບ: AFP)

(vovworld) - ວັນ​ທີ 09/05, ຢູ່​ນະຄອນຫລວງ Cairo, ອີ​ຢິບ, ທ່ານ ​ໂດ​ຮ່ວາງ​ລອງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ສ. ອາຣັບ ອີ​ຢິບ ​ຜູ້​ຮັບຜິ​ດຊອບ​ລັດ ປາ​ແລັດ​ສະຕິ​ນ ​ໄດ້​ຍື່ນສານ​ຕາ​ຕັ້ງ​ຕໍ່​ປະທານາທິບໍດີລັດ ປາ​ແລັດສະຕິ​ນ​ ທ່ານ Mahmoud Abbas ​ເນື່ອງ​​​ໃນ​ໂອກາດ​ການ​ນຳ ປາ​ແລັດ​ສະຕິ​ນ ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ລັດ ອີ​ຢິບ​ ໃນລະຫວ່າງ​ວັນ​ທີ 08 – 09/05. ທີ່​ການ​ຕ້ອນຮັບ ພາຍຫລັງ​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂດ​ຮ່ວາງ​ລອງ ​ແຈ້ງ​ໃຫ້​ທ່ານ​ປະທານາທິບໍດີ Mahmoud Abbas ຊາບກ່ຽວ​ກັບ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ກຳນົດ​ທິດ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ ສະ​ແດງການ​ສະໜັບສະໜູນ​​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ ປາ​ແລັດ​ສະຕິ​ນ​ໃນ​ການ​ຊຸກຍູ້​ສັນຕິພາບ ​ແລະ ພັດທະນາ. ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂດ​ຮ່ວາງ​ລອງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ສືບ​ຕໍ່​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ດ້ວຍທິດ​ນຳ “ຫວຽດນາມ ຢາກ​ເປັນ​ເພື່ອ​ນມິດກັບທຸກ​ປະ​ເທດ​ໃນ​ປະຊາ​ຄົມ​ສາກົນ, ສູ້​ຊົນ​​ເພື່ອ​ສັນຕິພາບ, ​ເອກະລາດ ​ແລະ ພັດທະນາ”. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ແຈ້ງ​​ເຕີ່​ມອີກກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງປະຈຸ​ບັນປະຊາ​ຄົມ​ສາກົນ​ພວມ​ເອົ​າ​ໃຈ​ໃສ່.

        ສ່ວນ​ທ່ານ​ປະທານາທິບໍດີ Mahmoud Abbas ກໍ່ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ 2 ຝ່າຍ​ກັບ ຫວຽດນາມ ກ່ວາ​ອີກ. ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ຄື​ປະຈຸ​ບັນ​ທີ່​ກ່ຽວຂ້ອງ​ເຖິງ ຫວຽດນາມ ນັ້ນ, ທ່ານ​ປະທານາທິບໍດີ Mahmoud Abbas ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂດ​ຮ່ວາງ​ລອງ ຢືນຢັນ​ ສະໜັບສະໜູນ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ດ້ວຍ​ສັນຕິ​ວິທີ ​ແລະ ຕາມ​ກົດໝາຍ​ສາກົນ.

 

ຂ່າວ/ບົດ​ອື່ນ