ຫວຽດນາມແລະມຽນມາຊຸກຍູ້ການຮ່ວມມືຫຼາຍດ້ານ

ຫວຽດນາມແລະມຽນມາຊຸກຍູ້ການຮ່ວມມືຫຼາຍດ້ານ - ảnh 1
ຫວຽດນາມແລະມຽນມາຊຸກຍູ້ການຮ່ວມມືຫຼາຍດ້ານ
(ພາບ: chinhphu.vn)


​(vovworld) - ວັນ​ທີ 29/05, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽມາ U Wunna Maung Lwin ​ໄດ້​ເປັນ​ປະທານຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - ມຽນມາ (ຄະນະ​ກຳມະການ​ປະສົມ) ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Nay Pyi Taw ປະ​ເທດ​ມຽນມາ. 2 ຝ່າຍ​ເຫັນ​ດີ​ບັນລຸ​ວົງ​ເງິນການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 500 ລ້ານ USD ​ໃນ​ປີ 2015. ມຽນມາ ​​ໄດ້​ຕີ​ລາຄາວ່າ ບັນດາ​​ໂຄງການ​ລົງທຶນ​ຂອງວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ ​ແລະ ມີ​ຜົນປະ​ໂຫຍ​ດຢ່າງ​ແທດ​ຈິງ. ພ້​ອມທັງ​ໃຫ້​ຮູ້​ວ່າ, ມຽນມາ ພວມ​ພິຈາລະນາ​ອອກ​ໜັງສື​ອະນຸຍາດ​ໃຫ້ BIDV ​ເປີດ​ສາຂາ​​ທະ​ນາຄາ​ນຢູ່​ມຽນມາ ​ແລະ ຮັບ​ຮູ້​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ່​ແກ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ດຳ​ເນີນ​ທຸລະ​ກິດ​ຢູ່​ມຽນມາ.

        ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​​ແຟ້ນທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ; ສົມທົບ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ອື່ນ​ໃນ​ການ​ສ້າງ​ຕັ້ງ​ປະຊາຄົນ​ອາ​ຊຽນ ​ໃນ​ທ້າຍ​ປີ 2015. ມຽນມາ ຢືນຢັນ​ຫຼັກ​ໝັ້ນ​ປາດ​ຖະໜາ​ຢາກ​ໃຫ້​ທຸກ​ຝ່າຍ​ກ່ຽວຂ້ອງ​​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ກັນ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ອີງ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍທະ​ເລ​ປີ 1982, ສູ້​ຊົນ​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ