ຫວຽດນາມແລະລາວເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະລາວເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
(ທ່ານ ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ
 ​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ ບຸນ​ຍັງ ວໍ​ລະ​ຈິດ)

(vovworld)- ​ໃນ​ຂອບ​​ເຂດ​ການ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 40 ປີ ແຫ່ງວັນ​ຊາດ ສ​ປ​ປ​ລາວ, ຕອນ​ເຊົ້າ​ວັນ​ທີ 03/12, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ​ໂດຍ​ ທ່ານ ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ນຳ​ໜ້າ, ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ລາວ. ທີ່​ການ​ພົບ ​ປະ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຂອ​ງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ຂອງ​ແຕ່​ລະ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ, ການ​ພົບ​ປະ ລະ​ຫວ່າງ ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ແລະ ທຸກ​ຂັ້ນ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ; ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ ​ກ່ຽວ​ກັບ​ມູນ​ເຊື້ອແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນສູງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ເປັນ​ຢ່າງ​ດີ ແລະ ກະ​ກຽມ​ບັນ​ດາ​ເນື້ອ​ໃນ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 38 ​ຂອງຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ-ລາວ​ເປັນ​ຢ່າງ​ດີ. ສິິ້ນ​ສຸດ​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ໃຫ້​ກູ້​ຢືມ​ສິນ​ເຊື່ອ​ທີ່​ມີ​ມູນ​ຄ່າ 30 ລ້ານ USD ລະ​ຫວ່າງ ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ(BIDV) ແລະ ກະ​ຊວງ​ການ​ເງິນ​ ລາວ.

ຂ່າວ/ບົດ​ອື່ນ