ຫວຽດນາມແລະອົດສຕາລີເພີ່ມທະວີການຮ່ວມມືດ້ານຍຸດຕິທຳ

ຫວຽດນາມແລະອົດສຕາລີເພີ່ມທະວີການຮ່ວມມືດ້ານຍຸດຕິທຳ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ ຮ່າ​ຮຸ່ງ​ເກື່ອ​ງ ເປັນສັກຂີພິຍານພິທີລົງນາມລະຫວ່າງ 2 ຝ່າຍ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ ອົດສຕາ​ລີ, ​ແຕ່​ວັນ​ທີ 13/4 – 16/4/2014, ທ່ານ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ ຮ່າ​ຮຸ່ງ​ເກື່ອ​ງ ນຳໜ້າຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຍຸດຕິ​ທຳ ຫວຽດນາມ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ອົດສຕາ​ລີ. ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ແນ​ໃສ່​ຜັນ​ຂະຫຍາຍການ​ປະຕິບັດ​ບົດ​ບັນທຶກ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸດຕິ​ທຳ ຫວຽດນາມ ​ແລະ ກະຊວງຍຸດຕິ​ທຳ ອົດສຕາ​ລີ ​ເຊິ່ງ​ໄດ້​ລົງ​ນາມ​ເມື່ອ​ວັນ​ທີ 10/4/2012, ດ້ວຍ​ຈຸດປະສົງ​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ກົດໝາຍ ​ແລະ ຍຸດຕິ​ທຳ​ຂອງ​ສອງ​ປະ​ເທດ​ກວ່າ​ອີກ. ສອງ​ຝ່າຍ​ກໍ່​ຢືນຢັນ​ເປີດ​ກວ້າງ​ການຮ່ວມ​ມື​ໃນ​ຂົງ​ເຂດໜຸນຊ່ວຍ​ດ້ານ​ຍຸດຕິ​ທຳ​ກ່ຽວກັບ​ພົນລະ​ເຮືອນ ​ແລະ ການ​ຄ້າ,​ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ບຳລຸງ​ສ້າງດ້ານ​ກົດໝາຍ, ບຳລຸງ​ສ້າງ​ບັນດາ​ນາມຕຳ​ແໜ່ງຍຸດຕິ​ທຳ​ຮັບ​ໃຊ້​ການ​ເຊື່ອມ​ໂ​ຍງ​ກັບ​ສາກົນ. ​ເນື່ອງ​ໃນ​ການ​ເຮັດ​ວຽກຄັ້ງນີ້, ຄະນະ​ຜູ້​ແທນ​ ຫວຽດນາມ ກໍ່​ແລກປ່ຽນຢ່າງ​ເລີ​ກເຊີ່ງກ່ຽວກັບ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍອາຍາ​ຕາມ​ທິດ​​ຫັນ​ບັນດາ​ສົນທິສັນຍາ​ສາກົນ​ເຊີ່ງ ຫວຽດນາມ ​ເປັນ​ສະມາຊິກ ​ໃຫ້ເປັນ​ກົດໝາຍພາຍໃນ​ປະ​ເທດ​, ​ແນ​ໃສ່​ປະຕິບັດ​ບັດນດາ​ພັນທະ​ສາກົນ​ທີ່​ໄດ​້​ໃຫ້​ຄຳໝັ້ນສັນຍາ​ແລ້ວ, ຮັບປະກັນ​ສິດທິ​ມະນຸດ​​ໃຫ້ດີກ​ວ່າ, ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ, ຮັ​ບ​ໃຊ້​ການ​ປັບປຸງ​ກົດໝາຍອາຍາ​ຕາມ​ໂຄງການ​ສ້າງ​ກົດໝາຍຂອງ​ສະພາ​ແຫ່ງ​ຊາດ.

      ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄາດ​ວ່າຄະນະ​ຜູ້​ແທນ ຫວຽດນາມ ຈະລົງ​ນາມບັນ​ດາ​ເອກະສານ​ກ່ຽວກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຍຸດຕິ​ທຳ ກັບ​ຝ່າຍ ອົດສຕາ​ລີ.


ຂ່າວ/ບົດ​ອື່ນ