ຫວຽດນາມແລະຮຸງກາຣີເພີ່ມທະວີຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ

ຫວຽດນາມແລະຮຸງກາຣີເພີ່ມທະວີຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ - ảnh 1
(ຫວຽດນາມແລະຮຸງກາຣີເພີ່ມທະວີ
ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ)


​(vovworld) - ສະຖານທູ​ດຫວຽດນາມ ​ໄດ້​ສົມທົບ​ກັບ​ຫ້​ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ແຂວງ Vas, ປະ​ເທດ​ຮຸງ​ກາຣີ ຫາ​ກໍ່​ຈັດ​ກອງ​ປະຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຂໍ້​ວ່າ “ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ - ກາ​ນຄ້າ​ລະຫວ່າງ​ຫວຽດນາມ ​ແລະ​ ​ແຂ​ວງ Vas”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະ​ຈຳ​ຮຸງ​ກາຣີ ຫງວຽນ​ແທງ​ຕວນ ​ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ພ້ອມ​ກັນ​ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ. ສ່ວນທ່ານ​ປະທານລັດຖະ​ສະພາ​ແຂວງ Vas, Laszlo Majthenyi ຢືນຢັນ​ວ່າ, ອຳນາດ​ການ​ປົກຄອງ​ແຂວງ Vas ຊົມ​ເຊີຍ ​ແລະ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ນຳກັນ.

      ​ແລະກໍທີ​ກອງ​ປະຊຸ​ມສຳ​ມະ​ນາ, ທ່ານ ຫງວຽນ​ຈຸ​ງຢຸງ, ທີ່​ປຶກສາ​ດ້ານ​ການ​ຄ້າ ສະຖານທູດ​ຫວຽດນາມ ປະຈຳຮຸງ​ກາຣີ, ​ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ, ການ​ຄ້າ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ ກໍ່​ຄື​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ, ​​ແນະນຳ​ບັນດາ​ວິສາຫະກິດ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ​ແລະ ບັນດາ​ຂໍ້​ມູນ​ທີ່​ຈຳ​ເປັນ​ກ່ຽວ​ກັບ​ຕະຫຼາດ, ຂະ​ແໜງ​ສິນຄ້າ, ພາສີ… ​ເຖິງ​ບັນດາ​ວິ​ສາ​ຫະກິດ​ຮຸງ​ກາຣີ.

ຂ່າວ/ບົດ​ອື່ນ