ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາສິດຂອງຄົນພິການ

ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາສິດຂອງຄົນພິການ - ảnh 1
ຫ້ອງຮຽນຢູ່ສູນສອນວິຊາຊີບຄົນພິການແຂວງ ບິ່ງເຢືອງ
(ພາບ: Anh Tuấn/TTXVN)

(vovworld) – ​ ​​ວັນ​ທີ 9/6, ທີ່​ສຳນັກງານ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດຢູ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ,​​ ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 8 ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນທິສັນຍາ​ສິດ​ຂອງ​ຄົນ​ພິການ (CRPD) ດ້ວຍ​ຫົວ​ຂໍ້​ວ່າ: “ການ​ປະຕິບັດ​ສິດ​ຂອງ​ຄົນ​ພິການ​ໃນ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015”. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ​ ເຂົ້າ​ຮ່ວມ​ກອງ​ປະຊຸມ​ດ້ວຍ​ຖານະ​ແມ່ນ​ສະມາຊິກ​ພາຍຫຼັງ​ໃຫ້​ສັດຕະຍາບັນ CRPD ຢ່າງ​ເປັນ​ທາງ​ການ​ເມື່ອ​ເດຶອ​ນ 2/2015. ທີ່​ກອງ​ປະຊຸມ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນ​ຄົນ​ພິການ​ສູງ, ສະ​ນັ້ນ​​ເລື່ອງປົກ​ປ້ອງ ​ແລະ ຊຸກຍູ້​ສິດ​ຂອງ​ຄົນ​ພິການ​ຍາມ​ໃດ​ກໍ​ແມ່ນ​ບຸລິມະສິດ ​ແລະ ​ໄດ້​ລະບຸ​ຢ່າງຈະ​ແຈ້ງ​ໃນ​ກົດໝາຍ ​ແລະ ນະ​ໂຍບາຍ​ຂອງ​ລັດ ຫວຽດນາມ. ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ: ຫວຽດນາມ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ໜູນ​ຊ່ວຍ​ຄົນພິການ​ໄລຍະ 2012-2020 ​ໃນ​ບັນດາ​ຂົງ​ເຂດສາທາລະນະ​ສຸກ, ການ​ສຶກສາ, ວຽກ​ເຮັດ​ງານ​ທຳ, ກິລາ, ວັດທະນະທຳ... ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ: ດ້ວຍ​ທິດ​ສະ​ດີ​ປັດຕະຍາ “ພິການ​ແຕ່​ຍັງ​ມີ​ຜົນ​ປະ​ໂຫຍ​ດ” ຍາມ​ໃດ ຫວຽດນາມ ກໍ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ຄົນ​ພິການ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຊິ​ຊາ​ອາຊີບ, ມີ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ຮັບ​ເພື່ອຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ.

ຂ່າວ/ບົດ​ອື່ນ