ຫວຽດນາມໃຫ້ຄຳໝັ້ນສັນຍາລົບລ້າງພະຍາດໝາກແດງໃນປີ2017

ຫວຽດນາມໃຫ້ຄຳໝັ້ນສັນຍາລົບລ້າງພະຍາດໝາກແດງໃນປີ2017 - ảnh 1
ສັກຢາກັນພະຍາດແມ່ນມາດຕະການດີທີ່ສຸດ

(vovworld) – ຕອນ​ບ່າຍວັນ​ທີ 9/4, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດກັບ​ບັນດາ​ສະ​ຖາ​ບັນອະນາ​ໄມ​ກັນ​ພະຍາດ ​ແລະ Pasteur 5 ​ເຂດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ພະຍາດໝາກ​ແດງ​ທີ່​ພວມ​ຜັນ​ແປ​​ໄປຢ່າງ​ສັບສົນ​ຢູ່​ຫຼາຍ​ທ້ອງ​ຖີ່​ນ. ທີ່​ກອງ​ປະຊຸມ, ກະຊວງ​ສາທາລະນະ​ສຸກ ​ໃຫ້​ຂໍ້​ສັງ​ເກດ​ວ່າ​ພະຍາດ​ໝາ​ກ​ແດ​ງ ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ເວລາ 2, 3 ​ເດືອນ​ຈະ​ມາ​ເຖີງ ​ແລະ ຈະ​ໄດ້​ຮັບ​ການ​ລົບ​ລ້າງ​ໃນ​ປີ 2017. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນຮອງ​ລັດດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ແທງ​ລອງ ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​​ແຂວງ, ນະຄອນປະຕິບັດ​ການ​ສັກ​ຢາ​ກັນ​ພະຍາດ​ໝາກ​ແດງ ​ໃຫ້​ເດັກ​ໃນ​​ເກນ​ອາຍຸ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ພະຍາດ​ໃນ​ປີ 2017.

    “ປະ​ເທດ​ພວກ​ເຮົາ​ບໍ່​ທັນ​ປະກາດ​ການ​ລົບ​ລ້າງ​ພະຍາດໝາກ​ແດງ. ຮອດ​ປີ 2017, ຫວຽດນາມ ຈຶ່ງ​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ການ​ລົບ​ລ້າງ​ພະຍາດ​ໝາກ​ແດງ. ດັ່ງ​ນັ້ນ, ປະຈຸ​ບັນ, ກະຊວງ​ສາທາ​ລະນະ​ສຸກ​ໄດ້​ມອບ​ໜ້າ​ທີ່ໃຫ້​ໂຄງການ​ສັກ​ຢາ​ເປີດ​ກ້ວາງ​ແຫ່ງ​ຊາດ ​ສັກ​ຢາ​ກັນ​ພະຍາດໝາກ​ແດງ ​ແລະ ວັກ​ຊີ​ນ Rubella ​ໃຫ້​ເດັກ​ອາຍຸແຕ່ 1 -14 ປີ 23 ລ້ານ​ຄົນ. ຖ້າ​ເຮັດ​​ໄດ້​ສິ່ງ​ດັ່ງກ່າວ, ພະຍາດໝາກ​ແດງ​ຈຶ່ງ​ບໍ່​​ເກີດ​ຂຶ້ນ​ຄືນ​ໃໝ່​ໄດ້.”


ຂ່າວ/ບົດ​ອື່ນ