ຫວຽດນາມໄດ້ແລະພວມເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ,ກວ້າງຂວາງ

ຫວຽດນາມໄດ້ແລະພວມເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ,ກວ້າງຂວາງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ
ໄດ້​ເປັນ​ປະ​ທ​ານກອງ​ປະ​ຊຸມ
(ພາບ: moit.gov.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 26/08, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ເປັນ​ປະ​ທ​ານກອງ​ປະ​ຊຸມ “ຕີ​ລາ​ຄາວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກ​ັບ​ສາ​ກົນ ໃນ​ໄລ​ຍະ​ຜ່ານ​ມາ, ກຳ​ນົດ​ທິດ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ”. ປະ​ຈ​ຸ​ບັນ, ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ການ​ເຈ​ລະ​ຈາ​ສ​ຳ​​ເລັດ​ກັບ 12 ​ເຂດ​ການ​ຄ້າ​ເສ​ລີ, ໃນ​ນັ້ນ​ມີ​ສັນ​ຍາ 2 ສະ​ບັບ​ຍັງ​ບໍ່​ທັນ​ມີ​ຜົນ​ບັງຄັບ​ໃຊ້, ພວມ​ເຈ​ລ​ະຈາ​ສັນ​ຍາ 4 ສະ​ບັບ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຢືນ​ຢັນ​ວ່າ, ຫວຽດ​ນາມ ໄດ້ ແລະ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ບັນ​ດາ​ວິ​ສາ​ຫະ​ກິດ, ກະ​ຊວງ, ຂະ​ແໜງ​ການ ລ້ວນ​ແຕ່​ຕັ້ງ​ໜ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ດ້ວຍ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​​ມາ​ຮອດ​ຈຸ​ດ​ເວ​ລ​ານີ້​ແມ່ນ, ຫ​ວຽ​ດ​ນາມ​ ໄດ້​ມີ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ແຮງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ວ່າ ຄະ​ນະ​ຊີ້​ນຳ​ລະ​ຫວ່າງ​ຂະ​ແໜງ​ເສດ​ຖະ​ກິດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ ຕ້ອງ​ເປັນ​ເຈົ້າ​ການໃຫ້​ຄຳ​ປຶກ​ສາ, ມີ​ບັນ​ດາ​ການ​ຕີ​ລາ​ຄາ​ສັງ​ລວມກ່ຽວ​ກັບ​ເລື່ອງ​ເຂົ້າ​ຮ່ວມ FTA ຂອງ​ຫວຽດ​ນາມ ເພື່ອ​ເຫັນ​ໄດ້​ບັນ​ດາ​ທ່​າ​ແຮງ, ຈຸດ​ອ່ອນ ແລະ ມີ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ