ຫົວໜ້າກົມໃຫ່ຍການເມືອງ ກອງທັບປະຊາຊົນປະຕິວັດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ

ຫົວໜ້າກົມໃຫ່ຍການເມືອງ ກອງທັບປະຊາຊົນປະຕິວັດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ  - ảnh 1

ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ໃຫ້ການ​ຕ້ອນຮັບ

​​ທ່ານ​ພົນ​ຕີ​ແສງ​ນວນ ​ໄຊ​ຍະ​ລາດ

(ພາບ:hanoimoi.com.vn)​

( vovworld ) – ວັນ​ທີ 6/8, ທ່ານ​ເລຂາທິການ​ໃຫ່ຍພັກກອມມູນິດຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້ແທນ​ຂັ້ນສູງ​ກອງທັບ​ປະຊາຊົນ​ລາວ ​ໂດຍ​ທ່ານ​ພົນ​ຕີ​ແສງ​ນວນ ​ໄຊ​ຍະ​ລາດ ຫົວໜ້າ​ກົມ​ໃຫ່ຍການ​ເມືອງກອງ​ທັບປະຊາຊົນ​ປະຕິວັດ​ລາວ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ໄດ້​ອວຍພອນທ່ານ​ຮອ​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ແສງ​ນວນ ​ໄຊ​ຍະ​ລາດ ​ທີ່ໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1 ​ໂດຍ​ພັກ, ລັດ​ຫວຽດນາມ ມອບ​ໃຫ້​ໃນ​ໂອກາດ​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ  ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດດ​ຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ 2 ປະເທດ. ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຫວັງ​ວ່າ, ກະຊວງ​ປ້ອງກັນປະ​ເທດ​ຂອງສອງ​ປະ​ເທດ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍ​ປະຕິບັດອະນຸ​ສັນຍາ​ທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມສະຫງົບ​ປອດ​ໄພ, ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອງ​ທາງ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຄະນະ​ຜູ້​ແທນ.

     ຕອນ​ບ່າຍ​ຂອງວັນດຽວກັນ, ຄະນະ​ຜູ້ແທນຂັ້ນສູງ​ກອງທັບ​ປະຊາຊົນ​ຫວຽ​ດນາມ ໂດຍ​ທ່ານ​ພົນ​ໂທ Ngo Xuan Lich ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້ແທນ​ຂັ້ນສູງ​ກອງທັບ​ປະຊາຊົນ​ລາວ ​ໂດຍ​ທ່ານ​ພົນ​ຕີ​ແສງ​ນວນ ​ໄຊ​ຍະ​ລາດ ເປັນ​ຫົວໜ້າ​ຄະນະ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ​ສະພາບ​ການ​ຂ​ອງ​ແຕ່ລະ​ປະ​ເທດ, ພາກ​ພື້ນ ​ແລະ ສາກົນ; ​ແຈ້ງ​ໃຫ້​ກັນຊາ​ບ​ໝາກຜົນ​ຂອງການດຳເນີນການ​ເຄື່ອນ​ໄຫວ​ສະ​ເຫຼີ​ມະ​ຫຼອງ “ປີ​ແຫ່ງ​ຄວາມ​ສາມັກຄີມິດຕະພາບ​ຫວຽດນາມ-​ລາວ“, ​ສະ​ເຫຼີ​ມ ສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ  ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ-​ລາວ; ​ເຫັນ​ດີ​ເປັນ​ເອກະ​ພາບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ສຶກສາ​ອົບຮົມ​ດ້ານ​ການ​ເມືອງ, ​ແນວ​ຄິດ, ວຽກ​ງານ​ພັກ, ວຽກ​ງາ​ນການ​ເມືອງ… ​ໃນ​ວັນ​ດຽວ​ກັນ, ທ່ານ​ພົນ​ເອກ​ Phung Quang Thanh ກຳມະການ​ກົມ​ການ​ເມືອງ, ຮອງ​ເລຂາ​ຄະນະ​ພັກ​ກອງທັບ​ສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​​ໃຫ້ການ​ຕ້ອນຮັບທ່ານ​ພົນ​ຕີ​ແສງ​ນວນ ​ໄຊ​ຍະ​ລາດ ພ້ອມ​ດ້ວຍ​ບັນດາ​ສະມາ​ຊິກ​ໃນຄະນະຢ່າງ​ສະໜິດສະໜົມ.

ຂ່າວ/ບົດ​ອື່ນ