ຫົວໜ້າກຳມາທິການການຕ່າງປະເທດຕ້ອນຮັບເອກອັກຄະລັດຖະທູດ ອີຣານ

(VOVWORLD) -ຕອນເຊົ້າ ວັນທີ 4 ເມສາ, ທີ່ສຳນັກງານສະພາແຫ່ງຊາດຫວຽດນາມ, ຫົວໜ້າກຳມາທິການການຕ່າງປະເທດ, ສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົາ ໄດ້ໃຫ້ການຕ້ອນຮັບທ່ານ Saleh Adibi ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອີຣານ ປະຈຳ ຫວຽດນາມ.

ຫົວໜ້າກຳມາທິການການຕ່າງປະເທດຕ້ອນຮັບເອກອັກຄະລັດຖະທູດ ອີຣານ - ảnh 1ທ່ານ ຫງວຽນວັນເຢົາ ຕ້ອນຮັບທ່ານ Saleh Adibi ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ

(ພາບ:daibieunhandan.vn)

ທ່ານ ຫງວຽນວັນເຢົາ ໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ອີຣານ, ສະແດງຄວາມປິຕິຊົມຊື່ນຕໍ່ໜ້າບັນດາບາດກ້າວພັດທະນາທີ່ດີງາມໃນການພົວພັນລະຫວ່າງສອງປະເທດ ແລະສອງສະພາແຫ່ງຊາດ.  ພ້ອມທັງສະແດງຄວາມຂອບອົບຂອບໃຈທ່ານເອກອັກຄະລັດຖະທູດທີ່ຍາມໃດກໍຕັ້ງໜ້າສົມທົບກັບຄະນະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳອີຣານ ຈັດຕັ້ງແຜນການເຮັດວຽກ, ພົບປະແລກປ່ຽນຄະນະຜູ້ແທນເຊິ່ງກັນ ແລະ ກັນ. ພິເສດ, ແມ່ນກ່ອນການຢ້ຽມຢາມຫວຽດນາມທີ່ຈະມາເຖິງຂອງທ່ານປະທານສະພາແຫ່ງຊາດ ອີຣານ Ali Ardeshir Larijanni , ທ່ານ ຫງວຽນວັນເຢົາ ປາດຖະໜາວ່າ ຈະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບລາຍການ, ແຜນການ, ເນື້ອໃນລາຍການເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ອີຣານ ພ້ອມດ້ວຍຄະນະ ໃນເວລາໄວທີ່ສຸດ ເພື່ອສາມາດໃຫ້ການຮັບຕ້ອນຢ່າງສົມກຽດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ