ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດພົບປະກັບ ປະຊາຄົມຊາວຫວຽດນາມຢູ່ມາເກົາ(ຈີນ)

ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດພົບປະກັບ ປະຊາຄົມຊາວຫວຽດນາມຢູ່ມາເກົາ(ຈີນ) - ảnh 1
ທ່ານ ຫວູ​ຮົ່ງ​ນາມພົບ​ປະກັ​ບ ຜູ້​ຕາງ​ໜ້າປະ​ຊາ​ຄົມ​ຊາວ​
ຫວຽດ​ນາມ​ ຢູ່ ເຂດບໍ​ລິ​ຫານພິ​ເສດ ມາ​ເກົາ - ຈີນ
(ພາບ: vietnam+)

(vovworld) - ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ທ້ອງ​ຖີ່​ນ​ຈຳ​ນວນ​ໜື່ງ ຂອງ ຈີນ, ຕອນ​ຄ່ຳ​ວັນ​ທີ 12/12, ທ່ານ ຫວູ​ຮົ່ງ​ນາມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​​ແຫ່ງລັດກ່ຽວ​ກັບ​ຊາວ​ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້​ມີ​ການພົບ​ປະກັ​ບ ຜູ້​ຕາງ​ໜ້າປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ ຢູ່ ເຂດບໍ​ລິ​ຫານພິ​ເສດ ມາ​ເກົາ - ຈີນ. ທີ່​ການ​ພົບ​ປະ, ທ່ານ ຫວູ​ຮົ່ງ​ ຢືນ​ຢັນ​ວ່າ ພັກ, ລັດ ແລະ ລັດ​ຖະ​ບານ​ ຫວຽດ​ນາມ ຍາມ​ໃດ​ກໍ່ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ເວົ້າ​ລວມ ​ແລ​ະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ມາ​ເກົາ​ເວົ້າ​ສະ​ເພາະ, ຖືປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດແມ່ນພາກ​ສ່ວນບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກຂາດ ​ຫວຽດ​ນາມ ​ໄດ້. ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວູ​ຮົ່ງ​ນາມ ຕີ​ລາ​ຄາ​ສູງ ການ​ປະ​ກອບ​ສ່ວນ ຂອງ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ ຢູ່ ມາ​ເກົາ ສຳ​ລັບ ພາລະ​ກິດ​ສ້າງສາບ້ານເກີດເມືອງນອນໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ ປາດ​ຖະ​ໜາ​ວ່າ ພໍ່​ແມ່​ປະຊາຊົນ​ປະຕິບັດແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ ​ທີ່​ກ່ຽວຂ້ອງຂອງ ພັກ ແລະ ລັດ​ເປັນຢ່າງ​ດີ, ກໍ່​ຄື ກົດ​ໝາຍປະ​ເທດ​ປະ​ຈຳ​ຖິ່ນ, ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ເຊີ່ງ​ກັນ ແລະ ກັນ, ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງ​ຍາກ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນບືນ​ຕົວ​ຂຶ້ນ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ຄອບ​ຄົວ, ບ້ານເກີດເມືອງນອນ ແລະ ປະ​ເທດ ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ