ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງເທື່ອທຽນເຫວ໋

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງເທື່ອທຽນເຫວ໋ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ
ລົງ​ເຮັດ​ວຽກ​ກັບ​ຄະນະປະຈຳ​ພັກແຂວງ ​ເທື່ອ​ທຽນ - ​ເຫວ໋
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 26/04 ທ່ານ​ນາງ ​ເຈືອງ​ທິມາຍ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ໄດ້ລົງ​ເຮັດ​ວຽກ​ກັບ​ຄະນະປະຈຳ​ພັກແຂວງ ​ເທື່ອ​ທຽນ - ​ເຫວ໋ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ, ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ຂົນຂວາຍ​ປະຊາຊົນ, ຊົນ​ເຜົ່າ, ສາສະໜາ, ກໍ່ສ້າງ ​ແລະ ປະຕິບັດຂໍ້​ກຳນົດ​ປະຊາທິປະ​ໄຕ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ​ເຈືອງ​ທິມາຍ​ ​ໄດ້ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ຊຶ່ງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ​ເທື່ອ​ທຽນ - ​ເຫວ໋ ບັນລຸ​​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ປ່ຽນ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ທ່ານ​ນາງ ​ເຈືອງ​ທິມາຍ ຮຽກຮ້ອງ​ແຂ​ວງ ​ເທື່ອ​ທຽນ - ​ເຫວ໋ ຄວນ​ສືບ​ຕໍ່​​ເອົາ​ໃຈ​ໃສ່, ປ່ຽນ​ໃໝ່​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ, ຮັບປະກັນການໜູນ​ຊ່ວຍ​ຊີວິດ​ສັງຄົມ​ໃຫ້​ແກ່​ປະຊາຊົນ, ວຽດງານ​ຫລຸ​​ດຜ່ອນ​ຄວາມທຸກ​ຫຍາ​ກ, ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ພັດ​ທະ​ນາ​ການທ່ອງທ່ຽວ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ, ລະບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ​​ໃຫ້ເຂັ້ມ​ແຂງ ​ແລະ ໝັ້ນຄົງ. ​ແຂວງ ກໍ່​ຄວນ​ເອົາ​ໃຈ​ໃສ່​ເຖິງ​ລະບອບ​ນະ​ໂຍບາຍ​ໃຫ້​ພະນັກງານ​ຂັ້ນ​ຮາກ​ຖານ ​ເພື່ອ​ໃຫ້ວຽກ​ງານ​ຂົນຂວາຍ​ປະຊາຊົນ​ບັນລຸ​ປະສິດທິ​ຜົນ​ກ່ວາ​ເກົ່າ.


ຂ່າວ/ບົດ​ອື່ນ